ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດ ນາມ ຢ້ຽມຢາມໂຮງຮຽນນາຍທະຫານພິເສດ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດ ນາມ ຢ້ຽມຢາມໂຮງຮຽນນາຍທະຫານພິເສດ - ảnh 1
ທ່ານຫງວຽນ​ທ້ຽນ​ເຍິນ ​ໄດ້​ໄປຢ້ຽມຢາມ​ ​ແລະ ​
ເຮັດ​ວຽກ​ຢູ່ໂຮງຮຽນນາຍ​ທະຫານ​ພິ​ເສດ
(ພາບ: VGP)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 72 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 20/12, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ໄປຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ໂຮງຮຽນນາຍ​ທະຫານ​ພິ​ເສດທີ່ ຊວນ​ມາຍ, ​ເຈືອງ​ມີ, ຮ່າ​ໂນ້ຍ. ​ເມື່ອ​ໂອ້​ລົມ​ກັບ​ພະນັກງານ, ອາຈານ​ຂອງ​ໂຮງຮຽນ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍິນ ​ເນັ້ນ​ໜັກ​ວ່າ, ​ເຫຼົ່າ​ຮົບພິ​ເສດ​ແມ່ນ​ເຫຼົ່າ​ຮົບ​ຍອດ​ຢ້ຽມ, ມີ​ຫົວຄິດ​ປະດິດ​ສ້າງ, ​ແມ່ນ​ເຫຼົ່າ​ຮົບ​ຕໍ່ສູ້​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ. ຮັບ​ຮູ້​ບັນດາ​ການ​ປ່ຽນ​ໃໝ່​ຂອງ​ໂຮງຮຽນ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍິນ ຊີ້​ແຈ້ງວ່າ, ​ໃນ​ສະພາບ​ການ​ໂລກ​ນັບ​ມື້​ນັບ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ພິ​ເສດ​ແມ່ນ​ໄພ​ກໍ່​ການ​ຮ້າຍ, ​ໂຮງຮຽນ​ນາຍ​ທະຫານ​ພິ​ເສດ​ຄວນ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ສະພາບ​ການ, ຄົ້ນ​ຄ້ວາ, ບຳລຸງ​ສ້າງ, ຍົກ​ສູງ​ລະດັບ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ. ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍິນ ສະ​ເໜີ​ທາງ​ໂຮງຮຽນ​ຄວນ​ຫັນ​ວຽກ​ງານ​ບຳລຸງ​ສ້າງ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​ຕິດ​ພັນ​ກັບ​ການ​ຫັນ​ພາຫະນະ​ອຸປະກອນ​​ຝຶກ​ອົບຮົມ​ເປັນ​ທັນ​ສະ​ໄໝ, ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ, ລັດ, ປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້. ພ້ອມ​ກັນ​ນັ້ນ​ແມ່ນ​ບຳລຸງ​ສ້າງ​ພະນັກງານ, ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ເຫຼົ່າ​ຮົບ ​ແລະ ກອງທັບ, ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ຫວຽດນາມ​ສັງຄົມ​ນິຍົມ.

 

ຂ່າວ/ບົດ​ອື່ນ