ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຮັດວຽກຢູ່ແຂວງ ເກີນເທີ

(VOVWORLD) - ວັນທີ 30 ກັນຍາ, ຢູ່ແຂວງ ເກີນເທີ, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ເກີນເທີ ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເມືອງ ແທ້ງຮ່ວາ, ເມືອງ ທົດນົດ, ນະຄອນ ເກີນເທີ.  

 ເມື່ອຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ: ຕໍ່ໜ້າບັນຫາກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານ, ປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວ ຕ້ອງສະແດງສະຕິ, ຄວາມຮັບຜິດຊອບ. ຖ້າວ່າ ແຕ່ລະຄອບຄົວເຂົ້າຮ່ວມການຜະລິດປອດໄພນັ້ນ, ສັງຄົມຈຶ່ງມີຜະລິດຕະພັນດີໄດ້, ຮັບປະກັນສຸຂະພາບຂອງປະຊາຊົນ. ກ່ຽວກັບເລື່ອງເລືອກເຟັ້ນແນວພັນເຂົ້າ, ຕ້ອງບັນລຸ 4 ບັນຫາເຊິ່ງລວມມີ: ຍົກສູງສະມັດຕະພາບຄຸນນະພາບ, ສຳຜັດກັບຕະຫຼາດ, ໝູນໃຊ້ຜົນງານຂອງວິທະຍາສາດ; ການຜະລິດຕິດພັນກັບການປຸງແຕ່ງ, ອຸປະໂພກ…

        ເນື່ອງໃນໂອກາດນີ້, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ຜູ້ອາຍຸສູງດີເດັ່ນໃນບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ