ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເລຂາທິການໃຫຍ່ອົງການເອີລົບເໜືອ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເລຂາທິການໃຫຍ່ອົງການເອີລົບເໜືອ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ຕ້ອນຮັບ
​ທ່ານ​ນາງ Anne Marie Helland
(ພາບ: VGP/HoangLong)


(vovworld) – ​ຕອນ​ບ່າຍ​ວັນ​ທີ 1/12 ຢູ່​ແຂວງ ​ເທື່ອ​ທຽນ​ເຫ້ວ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Anne Marie Helland ​ເລຂາທິການ​ໃຫຍ່​ອົງການ​ ​ ເອີ​ລົບ​ເໜືອ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ “​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ສາສະໜາ​ເຂົ້າ​ຮ່ວມ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ” ຊຶ່ງດຳ​ເນີນ​ໃນ​ວັນ​ທີ 2/12 ຢູ່​ແຂວງ ເທື່ອ​ທຽນ​ - ເຫ້ວ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຕີ​ລາຄາ​ສູງ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຂອງ​ອົງການ​ ​ເອີ​ລົບ​ເໜືອ​ ຢ່າງມີ​ປະສິດທິ​ຜົນ ດ້ວຍ​ການ​ເຄື່ອນ​ໄຫວ​ສັງຄົມ​ຫລາຍ​ຢ່າງ​; ​ໃນ​ນັ້ນ ມີ​ຂົງ​ເຂດ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ອົງການ​ຈັດ​ຕັ້ງ ​ເອີ​ລົບ​ເໜືອ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ​ນາງ Anne Marie Helland ​ເລຂາທິການ​ໃຫຍ່​ອົງການ​ ​ເອີ​ລົບ​ເໜືອ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ກໍ​ຄື​ບັນດາ​ສາສະໜາ​ໃນ​ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ