ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງແຂວງບັ໋ກຢາງ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງແຂວງບັ໋ກຢາງ - ảnh 1
(ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ
 ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ບັ໋ກຢາງ)

​(vovworld) –   ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 23/04, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ​ບັ໋ກຢາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ມະຫາວິທະຍາ​​ໄລກະ​ສິກຳ - ​ປ່າ​ໄມ້​ບັ໋ກຢາງ. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງມະຫາວິທະຍາ​​ໄລກະ​ສິກຳ - ​ປ່າ​ໄມ້​ບັ໋ກຢາງ ​ໄດ້​ສະ​ເໜີ​ຕໍ່​ພັກ, ລັດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ມີ​ນະ​ໂຍບາຍຊຸກຍູ້​ການ​ພົວພັນ​ລະຫວ່າງ​ໂຮງຮຽນ ​ແລະ ວິ​ສາ​ຫະກິດ, ພ້ອມ​ທັງ​ສົ່ງ​ເສີມ​ວິ​ສາ​ຫະກິດ​ໜູນ​ຊ່ວຍ​ໃນ​ການ​ບຳລຸງ​ສ້າງ ​ແລະ ຄົ້ນຄວ້າ​ວິທະຍາສາດ. ທ່ານ ຫງວຽນທຽນ​ເຍີນ ຖື​ວ່າ, ກະສິກຳ​ຫວຽດນາມ ມີ​ຜະລິດ​ຕະພັນ​ກະ​ເສດທີ່​ມີ​ມູນ​ຄ່າຫຼາຍ​ຢ່າງ, ​ແຕ່​ລາຍ​ຮັບ​ຂອງ​ຜູ້​ຜະລິດ​ພັດ​ຕໍ່າ​ຢູ່. ສະ​ນັ້ນ, ຕ້ອງ​ຜັນ​ຂະຫຍາຍ​ມາດ​ຕະການ​​ຮ່ວມ​ມື​ໃນ​ຂົງ​ເຂດກະສິກຳ ​ເພື່ອ​ມຸ່ງ​ໄປ​ເຖິງ​ລະບົບມູນ​ຄ່າ; ປັບປຸງ​​ແບບວິທີ​ຜະລິດ​ກະສິກຳ ຍ້ອນ​ແບບ​ວິທີ​ຜະລິດ​ຄອບ​ຄົວ ບໍ່​​ເໝາະສົມກັບ​ເສດຖະກິດ​ການ​ຕະຫຼາດ.

ຂ່າວ/ບົດ​ອື່ນ