ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມມອບທຶນສຶກສາໃຫ້ນັກຮຽນທຸກຍາກເມືອງວິ້ງແທ້ງ,ເກີນເທີ

(VOVWORLD) -ຕອນບ່າຍວັນທີ 02 ສິງຫາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ ໄດ້ໄປຢື້ຢາມຖາມຂ່າວບັນດານັກຮຽນທຸກຍາກແຕ່ມັກຮຽນຢູ່ເມືອງ ວິ້ງແທ້ງ, ນະຄອນເກີນເທີ; ມອບລົດຖີບ 50 ຄັນ ທີ່ມີມູນຄ່າເກືອບ 100 ລ້ານດົ່ງ ແລະ ທຶນສຶກສາ 10 ທຶນ, ແຕ່ລະທຶນທີ່ມີມູນຄ່າ  3 ລ້ານດົ່ງ ໃຫ້ແກ່ບັນດານັກຮຽນ.

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມມອບທຶນສຶກສາໃຫ້ນັກຮຽນທຸກຍາກເມືອງວິ້ງແທ້ງ,ເກີນເທີ - ảnh 1 ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ

ມອບລົດຖີບໃຫ້ນັກຮຽນທຸກຍາກເມືອງວິ້ງແທ້ງ,ເກີນເທີ

(ພາບ: nhandan.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ ເນັ້ນໜັກວ່າ, ວິ້ງແທ້ງ ແມ່ນເມືອງຫ່າງໄກຊອກຫຼີກຂອງນະຄອນເກີນເທີ, ປະຈຸບັນການໄປມາຢູ່ບໍລິເວນນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ບັນດານັກຮຽນໄປໂຮງຮຽນປະສົບກັບຄວາມລຳບາດທີ່ສຸດ. ລົດຖີບທີ່ມອບໃຫ້ພວກນ້ອງນັ້ນຈະສ້າງເງື່ອນໄຂເພື່ອຊ່ວຍໃຫ້ພວກນ້ອງມີພາຫະນະໄປໂຮງຮຽນ. ທ່ານ ເຈີ່ນແທງເໝີນ ສະເໜີໃຫ້ອຳນາດການປົກຄອງ, ແນວໂຮມປະເທດຊາດທຸກຂັ້ນ ຄວນເອົາໃຈໃສ່ເຖິງຂະແໜງສຶກສາຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ