ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມສະຫະພັນລັດເຊຍ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມສະຫະພັນລັດເຊຍ - ảnh 1
(ຄະນະ​ຜູ້​​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ
 ຫວຽດນາມ ​​ເຮັດ​ວຽກ​ກັບ​ການ​ນຳ​ສະ​ຖາ​ບັນ​ສັງຄົມ)

(vovworld) – ​ ​ ​ໃນ​ລະຫວ່າງ​ວັນ​ທີ 06/06 – 08/06 ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເດີນທາງ​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສະຫະພັນ ລັດ​ເຊຍ.

        ວັນ​ທີ 06/06 ຢູ່​ນະຄອນຫລວງ ມົດ​ສະ​ກູ ຄະນະ​ຜູ້​ແທນ ຫວຽດນາມ ​​ໄດ້ເຮັດ​ວຽກ​ກັບ​ສະພາ​ສະຫະພັນ ລັດ​ເຊຍ. ທີ່​ກາ​ນຕ້ອນຮັບ​ຄະ​ນະ, ທ່ານ Evgheni Busmin ຮອງ​ປະທານ​ສະພາ​ສະຫະພັນ ລັດ​ເຊຍ ​ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​​ຕໍ່​ພາລະກິດ​ປ່ຽນ​ໃໝ່ ​ແລະ ສ້າງສາ​ປະ​ເທດ​ຊາດ​ ​ເຊິ່ງປະຊາຊົນ ຫວຽດນາມ ພວ​ມປະຕິບັດ​ຢ່າງ​ມີ​ໄຊ ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. ທ່ານ Evgheni Busmin ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຫວຽດນາມ ​ແມ່ນ​ແຜນ​ນະ​ໂຍບາຍ​ຂອງ​ສະຫະພັນ ລັດ​ເຊຍ ​ເພື່ອແນ​ໃສ່​ເພີ່​ມທະວີ​ການ​ພົວພັນ​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ສ່ວນ​ທ່ານ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ:

        “ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ​ ລັດ​ເຊຍ ​ແມ່ນ​ການ​ພົວພັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ນັບ​ແຕ່​ກ່ວາເຄິ່ງສະຕະວັດມາ​ນີ້ ​ແລະ ປະຈຸ​ບັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ມີການ​ພົວພັນ​ແບບ​ພິ​ເສດ. ​​ເມື່ອການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ພົບ​ປະກັນ​ແຕ່​ລະ​ຄັ້ງ ​ກໍ່ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ຢັ້ງຢືນ​ນ້ຳ​ໃຈ​ອັນ​ດີ​ງາມທີ່​ມີ​ຕໍ່​ກັນ​​ໃນ​ອະດີດ ​ແລະ ຕັດສິນ​ໃຈ​ເຮັດ​ໃຫ້ການ​ພົວພັນ​ນັບ​ມື້​ນັບ​ດີງາມ​ກ່ວາ​ອີກ​”.

        ວັນ​ທີ 07/06 ຄະນະ​ຜູ້​​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ສະ​ຖາ​ບັນ​ສັງຄົມ ​ແລະ ​ແນວ​ໂຮມ​ປະຊາຊົນ​ທົ່ວປະ​ເທດ​ ລັດ​ເຊຍ ​ຊຶ່ງ​ແມ່ນອົງການ​ທີ່​ມີ​ພາລະ​ໜ້າ​ທີ່ຄ້າຍ​ຄື​​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ຂ່າວ/ບົດ​ອື່ນ