ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ແຂວງຊອກຈັງ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ແຂວງຊອກຈັງ - ảnh 1
ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມສະຫະກອນລ້ຽງງົວຢູ່ບໍລິເວນແຂວງ
(ພາບ: baomoi.com)

(​vovworld) – ຕອນ​ບ່າຍ​ວັນ​ທີ 4/7, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ, ຊອກ​ຮູ້​ສະພາບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຂອງບາງ​ວິ​ສາ​ຫະກິດ​ຢູ່​ເມືອງ ​ເຈີ່​ນ​ເດ່, ​ແຂວງ ຊອກ​ຈັງ. ຢູ່​ທີ່​ນີ້, ທ່ານ​ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ຮັບ​ຟັງ​ຄຳ​ເຫັນ​, ຂໍ້​ສະ​ເໜີ​ຂອງ​ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບ​ເລື່ອງ​ຮັບປະກັນ​ໃຫ້​ຊາວ​ກະສິກອນ​ມີ​ຜົນ​ກຳ​ໄລ, ມີ​ຄວາມອຸ່ນ​ອ່ຽນ​ໃຈ​ໃນ​ການ​ຜະລິດ​ກ່ວາ, ລັດ​ຄວນ​ລົງ​ທຶນ​ກໍ່ສ້າງ​ສູນ​ແນວ​ພັກ​ປູກ​, ສັດລ້ຽງ, ຄວນ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ກ່ຽວ​ກັບ​ລາຄາ, ມີ​ມາດ​ຕະກາ​ນ​ແກ້​ໄຂ​ສະພາບ​​ບັນດາ​ຫົວໜ່ວຍ​ເກັບ, ຊື້, ປຸງ​ແຕ່ງ​ກຸ້ງ​ສົມທົບ​ກັນບັງຄັບ​ຊາວ​ກະສິກອນຕ້ອງ​ຫລຸດ​ລາຄາ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຮັບ​ຮູ້​ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ວິ​ສາ​ຫະກິດ, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ຈະ​ຝາກ​ເຖິງ​ລັດຖະບານ ​ແລະ ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ​ເພື່ອ​ວາງ​​ມາດ​ຕະການ​ເໝາະ​ສົມ​​ແນ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ​ພັດທະນາ.

 


ຂ່າວ/ບົດ​ອື່ນ