ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນບຸນເຕັດCholChnamThmay

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນບຸນເຕັດCholChnamThmay - ảnh 1
ທ່ານທ່ານ ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ອວຍ​ພອນ​ບຸນ​ເຕັດChol Chnam Thmay
ພາບ:TTXVN
(vovworld)- ຕອນ​ບ່າຍ​ວັນ​ທີ 4/4, ທ່ານ ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ Chol Chnam Thmay ຢູ່ ວັດ Pitu Khosa RangSay ເມືອງ ນີງ​ກ່ຽວ ນະ​ຄອນ ເກີນ​ເທີ. ນະ​ທີ່ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ, ອວຍ​ພອນ​ບຸນ​ເຕັດ​ເຖິງ​ບັນ​ດາ​ພະ​ສົງ​ສຳ​ມະ​ເນນ ສາ​ສະ​ນິ​ກະ​ຊົນ ຢູ່​ວັດ​ດັ່ງ​ກ່າວ​ເວົ້າ​ສະ​ເພາະ ແລະ ຊາວ​ເຜົ່າ ຂະ​ແມ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ເວົ້າ​ລວມ. ທ່ານ​ຫງວຽນ​ທ້ຽນ​ເຍີນ ຢືນ​ຢັນ​ວ່າ: ພາ​ຍ​ຫລັງ​ໄດ້​ຮັບ​ການ​ສ້າງສາ ແລະ ພັດ​ທະ​ນາ​ມາ​ເປັນ​ເວ​ລາ​ຫລາຍ​ປີ, ວັດ​ແຫ່ງນີ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ຕາມ​ທິດ​ນັບ​ມື້​ນັບ​ດີ​ງາມກວ່າ, ໃນ​ນັ້ນ ວັດ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​, ຫນູນ​ຊ່ວຍ​ໃຫ້​ບັນ​ດາ​ພວກ​ນ້ອງ​ນັກ​ຮຽນ, ນັກ​ສຶກ​ສາ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ມາ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ໃນ​ວັດ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ:

        “​ພວກ​ຂ້າ​ພະ​ເຈົ້າ​ຕາງ​ຫນ້າ​ໃຫ້​ພັກ, ລັດ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ມາ​ນະ​ຄອນ​ເກີນ​ເທີ ເພື່ອ​ອວຍ​ພອນ​​ໃຫ້ພໍ່​ແມ່​ຊາວ​ເຜົ່າ​ຂະ​ແມ​ຕ້ອນ​ຮັບ​ບຸນ​ເຕັດ Chol Chnam Thmay ຢ່າງ​​ມີ​ຄວາມເບ​ີກ​ບານ​ມ່ວນ​ຊື່ນ ມີ​ຄວາມ​ຜາ​ສຸກ. ປະ​ຊາ​ຊົນ​ຫວຽດ​ນາມ 90 ລ້ານ​ຄົນ ຍາມ​ໃດ​ກໍ​ສະ​ຫນິດ​ຕິດ​ພັນ ກັບ​ຊາວ​ເຜົ່າ​ຂະ​ແມ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​.”

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ​ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ​ຂະ​ແມ​ຢູ່​ຕາ​ແສງ ຊວນ​ແຄງ ເມືອງ​ນີງ​ກຽວ ນະ​ຄອນ​ເກີນ​ເທີ.

 

ຕອບກັບ

ຂ່າວ/ບົດ​ອື່ນ