ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນປີໃໝ່ Chol Chnam Thmay ຢູ່ຊ໊ອກຈັງ

(VOVWORLD) - ທ່ານປະທານ ເຈິ່ນແທັງເໝີນ ປາດຖະນາວ່າ ສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ ພ້ອມກັບບັນດາພະມະຫາອາຈານ, ພະອາຈານ, ພະສົງ ສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນປີໃໝ່ Chol Chnam Thmay ຢູ່ຊ໊ອກຈັງ - ảnh 1

 ທ່ານ ເຈິ່ນແທັງເໝີນ, ອວຍພອນສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ,

ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2019

(ພາບ: nhandan.com.vn)

ວັນທີ 05 ເມສາ, ທ່ານ ເຈິ່ນແທັງເໝີນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ອວຍພອນສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ, ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2019 ຂອງພໍ່ແມ່ປະຊາຊົນຊາວເຜົ່າຂະແມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານ ເຈິ່ນແທັງເໝີນ ປາດຖະນາວ່າ ສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ ພ້ອມກັບບັນດາພະມະຫາອາຈານ, ພະອາຈານ, ພະສົງ ສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຕັ້ງໜ້າສະໜັບສະໜູນບັນດາບັ້ນຂົນຂວາຍ, ຂະບວນການໂດຍແນວໂຮມປຸກລະດົມ; ສຸມໃສ່ໂຄສະນາກົດໝາຍວ່າດ້ວຍການເຫຼື້ອມໄສເຊື່ອຖືສາສະໜາ ແລະ ສະແດງໃຫ້ເຫັນບົດບາດຕັ້ງໜ້າແມ່ນສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ. ພ້ອມກັນນັ້ນ, ສືບຕໍ່ຂົນຂວາຍການຮັກສາສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນຊາວເຜົ່າຂະແມ; ຕັ້ງໜ້າອອກແຮງງານທຳການຜະລິດ… ສືບຕໍ່ມີບັນດາການປະກອບສ່ວນຢ່າງແທດຈິງກວ່າອີກເຂົ້າໃນພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ