ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນວັນບຸນ Easter

(VOVWORLD) -ວັນທີ 3 ເມສາ, ຢູ່ ຮ່າໂນ້ຍ ທ່ານ ເຈີນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນຳຫນ້າຄະນະຜູ້ແທນຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໄປອວຍພອນວັນບຸນ Easter ປີ 2018 ຢູ່ສຳນັກສັງຄະນາຍົກ ແລະ ສະມາຄົມສາສະຫນາໂປແຕດສະຕັງ ຫວຽດນາມ (ພາກເຫນືອ). 

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນວັນບຸນ Easter - ảnh 1ທ່ານ ເຈີນແທງເໝີນ  ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນພະຄາດີນັນ ຫງວຽນວັນເຍີນ

ພາບ:qdnd

ເມື່ອຢ້ຽມຢາມ ອວຍພອນພະຄາດີນັນ ຫງວຽນວັນເຍີນ, ສັງຄະລາດໃຫຍ່ເຂດຊາວຄຼິດ ຮ່າໂນ້ຍ, ທ່ານ ເຈີນແທງເໝີນ ມີຄວາມເຊື່ອໝັ້ນວ່າ ພະຄາດີນັນ ຫງວຽນວັນເຍີນ ຈະສືບຕໍ່ຂົນຂວາຍຄຸນພໍ່, ນັກບວດ, ພໍ່ແມ່ປະຊາຊົນຊາວຄຼິດ ໃນເຂດຊາວຄຼິດ ເຂົ້າຮ່ວມການເຄື່ອນໄຫວສັງຄົມ, ບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາການຂົນຂວາຍ, ຂະບວນການໂດຍແນວໂຮມປະເທດຊາດປຸກລະດົມ. ພະຄາດີນັນ ຫງວຽນວັນເຍີນ ຢືນຢັນ ຈະສືບຕໍ່ລະດົມກຳລັງໃຈຊາວຄຼິດ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ຮ່ວມເດີນທາງພ້ອມກັນຊາດ, ປະກອບສ່ວນເຂົ້າໃນກິດຈະການສ້າງສາພັດທະນາປະເທດຊາດ.

ເມື່ອຢ້ຽມຢາມສະມາຄົມສາສະຫນາໂປແຕດສະຕັງ ຫວຽດນາມ, ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮັບຜິດຊອບຂອງຕົນຕໍ່ສະມາຄົມ, ຫລວງພໍ່ ຫງວຽນຫືວມາກ, ຫົວຫນ້າສະມາຄົມດັ່ງກ່າວຈະຂົນຂວາຍຜູ້ມີຍົດສັກຕຳແຫນ່ງຕ່າງໆ ແລະ ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາ ສືບຕໍ່ຕອບສະຫນອງແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ,  ແລະ ຂົນຂວາຍພໍ່ແມ່ປະຊາຊົນເຂົ້າຮ່ວມບັນດາການຂົນຂວາຍ, ຂະບວນການໂດຍແນວໂຮມປະເທດຊາດປຸກລະດົມ.

ຕອບກັບ

ຂ່າວ/ບົດ​ອື່ນ