ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຮັບເງິນສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຮັບເງິນສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ຮັບ​ເງິນ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ​ພາກ​ກາງ

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 24/10, ທ່ານ​ປະ​ທາ​ນ​​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຮັບ​ເງິນ​ສະ​ໜັບ​ສະ​ໜູນ​ຈາກ​ບາງ​ກະ​ຊວງ, ຂະ​ແໜງ​ການ ແລະ ສ່ວນບ​ຸກ​ຄົນທີ່​ຝາກ​ເຖິງ​ພໍ່​ແມ່​ປະ​ຊາ​ຊົນ​ພາກ​ກາງ ເພື່​ອ​ແນ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ. ຕາມນັ້ນ​ແລ້ວ, ຫ້ອງວ່າ​ການ​ລັດ​ຖະ​ບານ​ໄດ້​ສະ​ໜັບ​ສະ​ໜູນ 360 ລ້ານ​ດົ່ງ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ ສະ​ໜັບ​ສະ​ໜູນ 621 ລ້ານ​ດົ່ງ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ສະ​ໜັບ​ສະ​ໜູນ 450 ລ້ານ​ດົ່ງ ແລະ Vinaconex ສະ​ໜັບ​ສະ​ໜູນ 49 ລ້ານ​ດົ່ງ. ທ່ານປະ​ທານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະ​​ສົ່ງຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູ​ນ​ທ​ັງ​ໝົດ​ນີ້​ເຖິງ​​ປະ​ເທດ​ຊາດ​ບັນ​ດາ​ທ້ອງ​ຖິ່ນ​ຢູ່​ພາກ​ກາງ. ຈາກນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ບັນ​ດາ​ແຂວງ​ຈະ​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແຈກ​ຢາຍ ແລະ ຈັດ​ຕັ້ງ​​ການຕິດ​ຕາມ​ໃນ​ການ​ປະ​ຕິ​ບັດ​ການ​ຈັດ​ແບ່ງ​ເປົ້າ​ໝາຍ​​ຢ່າງ​ຖືກ​ຕ້ອງ, ບໍ່​ຊ້ອນກ​ັນ ແລະ ສ້າງ​ເງື່ອນ​ໄຂ​​ສະ​ດວກ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ປະ​ຊາ​ຊົນ.


ຂ່າວ/ບົດ​ອື່ນ