ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຮຽກຮ້ອງການສະໜັບສະໜູນຜູ້ປະສົບພາຍຸນ້ຳຖ້ວມ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຮຽກຮ້ອງການສະໜັບສະໜູນຜູ້ປະສົບພາຍຸນ້ຳຖ້ວມ - ảnh 1

(vovworld) - ວັນ​ທີ 20/12, ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ​ ​ໄດ້​ຈັດ​ພິທີ​ປຸກລະດົມ​ການ​ບໍລິຈາກ​ສະໜັບສະໜູນ​ປະຊາ​ຊົນ​ຢູ່​ທິດ​ໃຕ້​ພາກ​ກາງ​ແກ້​ໄຂ​ຜົນຮ້າຍ​ຈາກ​ຝົນຕົກ​ນຳ້​ຖ້ວມ. ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ​ ໄດ້​ຮຽກຮ້ອງ​ປະຊາຊົນ, ນັກຮົບ​ໃນ​ທົ່ວ​ປະ​ເທດ, ບັນດາ​ອົງການ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ນັກ​ໃຈ​ບຸນ, ຊາວ ຫວຽດນາມ​ ຢູ່​ຕ່າງປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ໃຫ້ການ​ຊ່ວຍ​ເຫຼືອ​ປະຊາຊົນ​ບັນດາ​ແຂວງ​ທີ່​ປະສົບ​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ​ຍ້ອນ​ນຳ້​ແກ່ງ​ຖ້ວມ​ກໍ່​ຂຶ້ນ ​ເພື່ອ​ຟື້ນ​ຟູ​ການ​ຜະລິດ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະພາບ​ເປັນ​ປົກກະຕິ​ໂດຍ​ໄວ.

        ທີ່​ພິທີ, ​ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຈຳນວນ​ເງິນ​ບໍລິຈາກ ​ແລະ ຈົດ​ທະບຽນ​ບໍລິຈາກ​ຂອງບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການ​ການ​ເມືອງ - ສັງຄົມ​ແມ່ນ 8 ຕື້​ກວ່າດົ່ງ ​ແລະ 9,8 ພັນ USD. ຄາດ​ຄະ​ເນ​ວ່າ, ຝົນຕົກ​ນ້ຳ​ແກ່ງ​ຜ່ານ​ມາ​ໄດ້​ເຮັດ​ໃຫ້ 59 ຄົນ ​ເສຍ​ຊີວິດ, ​ແລະ ຫາຍ​ສາບ​ສູນ, 22 ຄົນ​ໄດ້​ຮັບ​ບາດ​ເຈັບ. ສະ​ເພາະ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ເຮືອນ​ຊານ​ຂອງ​ປະຊາຊົນ​ແມ່ນ​ກວ່າ 2 ພັນ​ຕື້​ດົ່ງ. ປະຊາຊົນ​ນັບ​ລ້ານ​ຄົນ​ຕົກ​ເຂົ້າ​ສູ່​ສະພາບ​ຫຍຸ້ງຍາກ​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

ຂ່າວ/ບົດ​ອື່ນ