ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກກັບການນຳແຂວງບິ່ງທ້ວນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກກັບການນຳແຂວງບິ່ງທ້ວນ - ảnh 1
(ທ່ານຫງວຽນ​ທ້ຽນ​ເຍີນ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບິ່ງ​ທ້ວນ)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 07/10, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບິ່ງ​ທ້ວນ ກ່ຽວ​ກັບ​ສະ​ພາບການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຕິດ​ພັນ​ກັບ​ວຽກ​ງານ​ແນວ​ໂຮມ​​ຢູ່ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແຂວງ​ຕ້ອງ​ສະ​ຫຼຸບ​ບັນ​ດາ​ຮູບ​ແບບ ເພື່ອ​ສືບ​ຕໍ່​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ຄື​ການກໍ່ສ້າງ​ລະ​ບົບ​​ນຳ​ໃຊ້​​ນ້ຳຄືນ​ໃໝ່; ພ້ອ​ມ​ທັງ ຕ້ອງ​ສົມ​ທົບ​ກັບສະ​ຫະ​ພັນບັນ​ດາ​ອົງ​ການ​ຈັດ​ຕັ້ງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ພະ​ແນກວິ​ທ​ະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຄົ້ນ​ຄວ້າ​ລະ​ບົບ​ເກັບ​ຮັກ​ສາ​ນ້ຳ, ນຳ​ໃຊ້​​ນ້ຳຄືນ​ໃໝ່. ທ່ານ ຫງວຽນ​ທ້ຽນ​ເຍີ​ນ ຊີ້​​ແຈ້ງວ່າ: ໜຶ່ງ​ໃນບັນ​ດາ​ທ່າ​ແຮງ​ຂອງ​ແຂວງ​ບິ່ງ​ທ້ວນ ນັ້ນ​ແມ່ນ​ມີ​ລະ​ບົບ​ຊີ​ວະ​ພາບ​ທະ​ເລ ຕິດ​ພັນ​ກັບ​ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ທີ່​ມີ​ຊື່​ສຽງ. ໃນ​ນັ້ນ, ແຂວງ​ຕ້ອງ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ​ຂອງ​ຕົນ ເພື່ອ​ພັດ​ທະ​ນາແນວ​ພັນ​​ສິນ​​​ທະ​ເລ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ເພື່ອ​ກາຍ​ເປັນ​ແຂວງ​ທີ່ມີ​ກຳ​ລັງ​ຫຼັກ​ແ​ຫຼ່ງ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ; ສືບ​ຕໍ່​ເອົາ​ໃຈ​ໃສ່, ລົງ​ທຶນ, ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ…

ຂ່າວ/ບົດ​ອື່ນ