ປະທານຄະນະກຳມະການເອີລົບຢ້ຽມຢາມແລະເຮັດວຽກຢູ່ນະຄອນໂຮ່ຈີມິນ

ປະທານຄະນະກຳມະການເອີລົບຢ້ຽມຢາມແລະເຮັດວຽກຢູ່ນະຄອນໂຮ່ຈີມິນ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jose Manuel Barroso ທີ່ການພົບປະກັບປະຊາ​ຄົມ​ວິ​ສາ​ຫະກິດ ​ເອີ​ລົບ

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ຕ​ອນທ່ຽງ​ວັນ​ທີ 26/8, ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jose Manuel Barroso, ​ໄດ້​ໄປ​ຮອດ​ນະ​ຄອນ ​ໂຮ່ຈີ​ມິນ ​ແລະ ມີ​ການ​ພົບ​ປະກັຍຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ, Euro Cham ​ແລະ ຫົວໜ້າ​ສະຖານກົງສູນ​ໃຫຍ່​ບາງ​ທ່ານ. ກ່າວ​ຄຳ​ເຫັນ​ຕໍ່​ປະຊາ​ຄົມ​ວິ​ສາ​ຫະກິດ ​ເອີ​ລົບ, ທ່ານ Manuel Barroso, ​ເນັ້ນ​ໜັກ​ວ່າ: ອີ​ຢູ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ. ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ດ້ວຍ​ຕະຫຼາດ​ລົງ​ທຶນ​ເຕັມ​ໄປ​ດ້ວຍ​ຄວາມ​ສາມ​າດບົ່ມ​ຊ້ອນ​ເທົ່າ​ນັ້ນ, ຫວຽດນາມ ຍັງ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ​ເປັນໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ​ເອີ​ລົບ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ອີກ​ດ້ວຍ. ອີ​ຢູ ຍາມ​ໃດ​ກໍ່​ສະຫງວນ​ການ​ສະໜັບ​ສະ​ໜູນຢ່າງ​​ແຮງ​ສຳລັບ ຫວຽດນາມ ​ໃນ​ເສັ້ນທາງ​ມຸ່ງ​ໄປ​ເຖິງ​ປະ​ເທດ​ອຸດສາຫະກຳ​ໃນ​ປີ 2020.

    ພາຍຫຼັງ​ການ​ພົບ​ປະ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ ​ເອີ​ລົບ​, ທ່ານ​ປະທານຄະນະ​ກຳມະການ ​ເອີ​ລົບ ​ໄດ້​ລົງ​ຢ້ຽມຢາມ ຫໍພິພິດທະພັນ​ຮ່ອງຮອຍ​ສົງຄາມ, ​ໂຮງ​ລະຄອນ​ນະຄອນ, ​ໂບດ ດຶກ​ບ່າ ​ແລະ ​ໂຮງ​ໄປສະນີ​ນະຄອນ ​ໂຮ່ຈີ​ມິນ.

    ຕອນ​ຄຳ່​ວັນດຽວ​ກັນ, ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ ນະຄອນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານຄະນະ​ກຳມະການ ​ເອີ​ລົບ ຢູ່​ຫໍ​ປະຊຸມ​ ທົ໋ງ​ເຍີ​ດ ຢ່າງ​ສະໜິດສະໜົມ.



ຂ່າວ/ບົດ​ອື່ນ