ປະທານຄະນະກຳມະການເອີລົບສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ປະທານຄະນະກຳມະການເອີລົບສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ José Manuel Barroso ແລະ ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ​ເລ​ຮ່ວາງ​ກວນ

(vovworld) – ຕອນ​ຄຳ່​ວັນ​ທີ 26/8, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ José Manuel Barroso ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ເວລາ 2 ວັນ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ການ​ນຳ​ນະຄອນ ​ໂຮ່ຈີ​ມິນ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ José Manuel Barroso. ​ໂດ​ຍຕາງໜ້າ​ໃຫ້ການ​ນຳ​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ​ເລ​ຮ່ວາງ​ກວນ ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອີ​ຢູ ​ໃນ​ຊຸມ​ປີຜ່ານມາ, ພິ​ເສດ​ແມ່ນ​ໃນສະພາບ​ວິ​ກິດ​ການ​ເສດຖະກິດ, ການ​​ເງິນ​ເກີດ​ຂຶ້ນ​ໃນ​ທົ່ວ​​ໂລກ. ​ເລື່ອງ​ຄະນະ​ກຳມະການ​​ເອີ​ລົບ ​ແລະ ລັດຖະບານ ຫວຽດນາມ ສົ່ງ​ເສີມ​ບັນດາ​ຮອບ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ​ແລະ ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນຍາ​ນີ້​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມືເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ຝ່າຍ. ຕາມ​ທ່ານ ​ເລ​ຮ່ວາງ​ກວນ​ແລ້ວ, ປະຈຸ​ບັນ, ບັນດາ​ນັກ​ລົງທຶນ​ຂອງ ອີ​ຢູ ມີ 833 ​ໂຄງການ​ລົງທຶນ​ໃນ​ບໍລິ​ເວນ​ນະຄອນ ດ້ວຍ​ຍອດ​ເງິນ​ລົງທຶນ 8,9 ຕື້ USD. ວົງ​ເງິນ​​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ອີ​ຢູ ກໍ່​ນັບ​ມື້​ນັບ​​ເພີ່ມ​ຂຶ້ນ. ​ໃນ 7 ​ເດືອນ​ຕົ້ນ​ປີ 2014, ນະຄອນ ​ໂຮ່ຈີ​ມິນ ສົ່ງ​ສິນຄ້າອອກ​​ຂາຍ​ໃຫ້ ອີ​ຢູ ລວມມູນ​ຄ່າກ່ວາ 2,1 ຕື້ USD ​ແລະ ນຳ​ເຂົ້າ​ຈາກ ອີ​ຢູລວມມູນ​ຄ່າກ່ວາ 1,2 ຕື້ USD.

    ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ ​ໃຫ້​ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ ຂອງ ອີ​ຢູ ລ້ວນ​ແຕ່​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ກໍ​ຄື​ເຫັນ​ໄດ້​ອະນາຄົດ​ແຫ່ງ​ການ​ຮ່ວມ​ມື, ພັດທະນາ​ອັນ​ດີງາມ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ນະຄອນ ​ໂຮ່ຈີ​ມິນ​. ທ່ານ​ກ່າວ​ວ່າ:   

“ສັນຍາ​ການ​ຄ້າ​ເສລີ 2 ຝ່າຍ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ແມ່ນ​ພື້ນຖານ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ ​ແລະ ກາ​ນຄ້າ​ລະຫວ່າງ ອີ​ຢູ ​ແລະ ຫວຽດນາມ ຍິ່ງກ່ວາ​ອີກ. ​ໃນ​ການ​ພົບ​​ປະ​ກັບ​ບັນດາ​ຜູ້ຕາງໜ້າ​ຂອງ​ວິ​ສາ​ຫະກິດ ​ເອີ​ລົບ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ປະ​ທັບ​ໃຈ​ກ່ຽວ​ກັບ​ພຸມ​ປັນຍາ ​ແລະ ຄວາມ​ສາມາດ​ຂອງ​ຊາວ ຫວຽດນາມ, ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ​ເຂົາ​​ເຈົ້າ​ຍັງ​ຖື​ວ່າ: ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ ຫວຽດນາມ ຕ້ອງການ​ການ​ບຳລຸງ​ສ້າງ​ຕື່ມ​ອີກ ​ເພື່ອ​ເພີ່ມ​ທະວີ​ບັນ​ດາ​ທັກສະ​ຂອງ​ຕົນ. ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ຂົງ​ເຂດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເຊິ່ງສະຫະພາບ ​ເອີ​ລົບ ອາດ​ຈະ​ໜູນ​ຊ່ວຍ ຫວຽດນາມ ​ເປັນຢ່າງ​ດີ​ທີ່​ສຸດ.”

 



ຂ່າວ/ບົດ​ອື່ນ