ປະທານຄະນະກຳມະການແນວໂຮມປະເທດຊາດ ຝາກຈົດໝາຍອວຍພອນວັນແມ່ຍິງສາກົນ

ປະທານຄະນະກຳມະການແນວໂຮມປະເທດຊາດ ຝາກຈົດໝາຍອວຍພອນວັນແມ່ຍິງສາກົນ - ảnh 1

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 103 ປີ​ແຫ່ງ​ວັນ​ແມ່ຍິງ​ສາກົນ (8/3), ວັນ​ທີ 5/3, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຮິ່ງດາມ ​ໄດ້​ສົງຈົດໝາຍ​ອວຍພອນ ຄະນະ​ບໍລິຫານ​ງານ​ສູນ​ກາງ ສະຫະພັນ ​ແມ່ຍິງ ຫວຽດນາມ, ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າ​ແມ່ຍິງ ຫວຽດນາມ, ບັນດາ ​ແມ່ ຫວຽດນາມ ວິລະ​ຊົນ, ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ ຍິງ, ວິລະ​ຊົນ​ແຮງ​ງານ ຍິງ, ພ້ອມ​ທັງ​ພະນັກງານ, ສະມາຊິກ ​ແລະ ​ແມ່ຍິງ​ ຫວຽດນາມ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ຈົດໝາຍ, ທ່ານ ປະທານ ຮິ່ງດາມ ​ໄດ້​ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ກ່ຽວ​ກັບມູນ​ເຊື້ອ​ອັນດີງາມຂອງ​ແມ່ຍິງ ຫວຽດນາມ, ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ ​ແລະ ປະກອບສ່ວນຢ່າງ​ແທດ​ຈິງ​ຂອງ​ແມ່ຍິງ ​ໃນ​ທຸກໆ​ການ​ດຳລົງ​ຊີວິດ​ສັງຄົມ. ທ່ານ ຮິ່ງດາມ ​ເຊື່ອ​ໝັ້ນ​ວ່າ: ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ ​ແມ່ຍິງ ຫວຽດນາມ ຍາມ​ໃດ​ກໍ່​ສາມັກ​ຄີ, ມີ​ຫົວຄິດ​ປະດິດສ້າງ, ມານະ​ພະຍາຍາມ​ສູ້​ຊົນ​ບື່ນຕົວ​ຂຶ້ນ, ປະກອບສ່ວນຢ່າງ​ແທດ​ຈິງ​ເຂົ້າໃນ​ພາລະກິດ​ສະ​ເໝີ​ພາບ, ​ເພິ່ມທະວີ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີທົ່ວ​ປວງ​ຊົນທັງຊາດ, ຍູ້​ແຮງ​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ​ຢ່າງຮອບດ້ານ, ​ເພື່ອ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ” ​ແລະ ປະກອບສ່ວນ​ເຂົ້າ​ພາລະກິດ​ກ້າວໜ້າ​ຂອງ​ແມ່ຍິງ ​ໂລກ.

 

ຂ່າວ/ບົດ​ອື່ນ