ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ


ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ - ảnh 1
ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ
ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

(vovworld) –  ຕອນ​ເຊົ້າ​ວັນ​ທີ 15/2 (ກົງ​ກັບ​ວັນ​ທີ 8 ຂອງ​ບຸນ​ເຕັດ), ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ​ໄດ​​້​ໄປ​ຖະຫວາຍ​ທູບ​ທຽນອາ​ໄລຫາ ປະທານ​ໂຮ່ຈີ​ມິນ ຢູ່​ເຂດ​ອະນຸສອນສະ​ຖານ​ປະທານ ​ໂຮ່ຈີ​ມິນ ຢູ່​ສຳນັກງານ​ປະ​ທານ​ປະ​ເທດ. ພາຍຫຼັງ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາປະທານ ​ໂຮ່ຈີ​ມິນ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​​ຢື້​ຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ປີ​ໃໝ່​ບັນດາພະນັກງານ, ກຳມະກອນ​ເຮັດ​ວຽກ​ຢູ່​ເຂດ​ອະນຸສອນສະຖານ​ປະທານ ​ໂຮ່ຈີ​ມິນ. ທ່ານ ຫງວຽນ​ທ້ຽນ​ເຍີນ ຫວັງ​ວ່າ: ພະນັກງານ, ກຳມະກອນ​ເຂດ​ອະນຸສອນສະຖານ ຈະ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຮັກສາ, ​ເສີມ​ຂະຫຍາຍບັນດາ​ວັດ​ຖຸທີ່​ມີ​ຄຸນຄ່າ​ໃຫ​້ລຸ້ນຄົນປະຈຸ​ບັນ ​ແລະ ລຸ້ນຄົນ​ຕໍ່​ໄປ ​ເພື່ອ​ໃຫ້​ພາລະ​ກິດ​ຂອງ​ປະທານ ​ໂຮ່ຈີ​ມິນ ຈະ​ຍືນ​ຍົງ​ຄົງ​ຕົວ​ໃນ​ຈິດໃຈ​ຂອງ​ຊາວ ຫວຽດນາມ ​​ແລະ ​ເພື່ອນ​ມິດ​ສາກົນ​ຕະຫຼອດ​ໄປ.

ຂ່າວ/ບົດ​ອື່ນ