ປະທານທິບໍດີ ລັດເຊຍ ຢັ້ງຢືນຄືນໃໝ່ແຜນນະໂຍບາຍພັດທະນາພະລັງງານນິວເຄຼຍ

ປະທານທິບໍດີ ລັດເຊຍ ຢັ້ງຢືນຄືນໃໝ່ແຜນນະໂຍບາຍພັດທະນາພະລັງງານນິວເຄຼຍ - ảnh 1
ທ່ານ​ປະທານາ​ທິບໍດີ ລັດ​ເຊຍ Vladimir Putin
(ພາບ: AFP)

(vovworld) - ວັນ​ທີ 26/6, ທ່ານ​ປະທານາ​ທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ແຜນ​ນະ​ໂຍບາຍ​ພັດທະນາ​ພະລັງງານ​ນິວ​ເຄຼຍຂອງ ລັດ​ເຊຍ, ​ເນັ້ນ​ໜັກ​ວ່າ ​ມົ​ດສະ​ກູ ມີ​ບັນດາ​​ແຜນການ​ຢ່າງ​ເຂັ້ມ​ງວດ​ໃນ​ຂົງ​ເຂດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Yukiya Amano, ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA), ຢູ່ ​ມົ​ດສະ​ກູ ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາ​ທິບໍດີ Vladimir Putin ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ມົ​ດສະ​ກູ ມີ​ແຜນການ​ເພີ່​ມທະວີ​ໄຟຟ້າ ນິວ​ເຄຼຍ, ພ້ອມ​ທັງ​ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ ​ແລະ ປອດ​ໄພ​ທີ່​ສຸດ. ຕາມ​ທ່ານ​ແລ້ວ, ລັດ​ເຊຍ​ມີ​ແຜນ​ນະ​ໂຍບາຍ​ພັດທະນາ​​ໄຟຟ້າ ນິວ​ເຄຼຍ ບົນ​ພື້ນຖານ​ບັນດາ​ເຕັກ​ໂນ​ໂລ​ຢີ​ໄລຍະ​ຫຼັງເຫດການ Fukushima, ສ້າງ​ຄວາມ​ປອດ​ໄພ​ຢ່າງ​ສຸງສຸດ​ໃຫ້​ແກ່​ການ​ນຳ​ໃຊ້​ພະລັງ​ງານ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ.

ຂ່າວ/ບົດ​ອື່ນ