ປະທານທິບໍດີອາເມລິກາປາດຖາໜາຢາກນຳການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ-ອາເມລິກາຂຶ້ນສູ່ລະດັບສູງໃໝ່

ປະທານທິບໍດີອາເມລິກາປາດຖາໜາຢາກນຳການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ-ອາເມລິກາຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ແລະ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ

(vovworld) – ​​ ​​ວັນ​ທີ 23/2 (ຕາມ​ເວ​ລາ ວໍ​ຊິງ​ຕັນ), ຢູ່​ທຳ​ນຽບ​ຂາວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜ​ູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຟ້າມກວາງວີງ ໄດ້​ຢືນ​ສານ​ຕາ​ຕັ້ງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ Barack Obama. ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ພາຍຫຼັງ​ພິ​ທີ​ຢືນ​ສານ​ຕາ​ຕັ້ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ສະ​ແດງ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ເລິກ​ເຊິ່ງ​ກ່​ວາ​ອີກ. ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ Obama ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ 7/2013 ໄດ້​ສ້າງ​ຂອບ​ເຂດ​ໃຫ້​ການ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ເດີນ​ເຮືອ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ ແລະ ສິ່ງ​ແວດ​ລ້ອມ, ການ​ສຶກ​ສາ ແລະ ສິດ​ທິ​ມະ​ນຸດ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ຂອງແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ສະ​ເໜີ​ໃຫ້ 2 ຝ່າຍ​ຕັ້ງ​ໜ້າ​ກະ​ກຽມ​ໃຫ້​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ການ​ຕອບ​ສ​ຳ​ພາດ​ຕໍ່​ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ ພາຍຫຼັງ​ພິ​ທີ​ຢືນ​ສານ​ຕາ​ຕັ້ງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ກໍ່​ເນັ້ນ​ໜັກ​ວ່າ: ປີ 2015, ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳ​ຄັນ, ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອາ​ເມ​ລິ​ກາ, 2 ຝ່າຍ​ຈະ​ສົມ​ທົບ​ກະ​ກຽມ​ຮັບ​ໃຊ້​ໃຫ້​ແກ່​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ແລະ ຈັດ​ຕັ້ງຫຼາຍ​ເຫດ​ການ​ໃນຫຼາຍ​ຂົງ​ເຂດ​ຢູ່​​ທ້ອງ​ຖິ່ນ​ຕ່າງໆ​​ຢູ່​ທັງ 2 ​ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ເນັ້ນ​ໜັກ​ວ່າ:

        “ແຕ່​ທ້າຍ​ປີ 2014, 2 ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ກໍ່​ຕັ້ງ​ໜ້າ​ສ້າງ​ແຜນ​ການ​ເພື່ອ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ​ເປັນ​ປົກ​ກະ​ຕິ. ແຕ່​ຂ້າ​ພະ​ເຈົ້າ​ຖື​ວ່າ: ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​, ນັ້ນ​ແມ່ນ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ພິ​ເສດ​ແມ່ນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ. ໄລ​ຍະ​ມໍ່ໆ​ມາ​ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໄດ້ ສົ່ງສານ​ຂອງ​ອຳ​ນາດ​ການ​ປົກ​ຄອງ ອ​າ​ເມ​ລິ​ກາ ​ເຊິ່ງ​ໄດ້​ເຊື້ອເຊີນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ໃນ​ປີ 2015. ພວກ​ເຮົາ​ກໍ່​ລໍ​ຄອຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​າ​ທິ​ບໍ​ດີ Obama ມາ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງນີ້. ຖ້າ​ຫາກທັງ 2 ການ​ຢ້ຽມ​ຢາມ​ໄດ້​ຮັບ​ການ​ປະ​ຕິ​ບັດ ແນ່ນອ​ນ​ວ່າ​ຈະ​ມີ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ ແລະ ສ້າງ​​ທ່ວງທ່າ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ກ່​ວາ​ອີກ.”


ຂ່າວ/ບົດ​ອື່ນ