ປະທານນາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຮັບການເລືອກຕັ້ງຄືນໃໝ່

(VOVWORLD) - ຕອນເຊົ້າວັນທີ 21 ພຶດສະພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ເວເນຊູເອລາ (CNE) ໄດ້ປະກາດຜູ້ສະໝັກເລືອກຕັ້ງ ຕາງໜ້າໃຫ້ສຳພັນທະມິດ ຝ່າຍຊ້າຍແນວໂຮມປະເທດຊາດເປີດກວ້າງ, ທ່ານປະທານາທິບໍດີ ເວເນຊູເອລາ ຄົນປັດຈຸບັນ Nicolas Maduro ໄດ້ຮັບໄຊຊະນະໃນການເລືອກຕັ້ງ ທີ່ດຳເນີນໃນວັນທີ 20 ພຶດສະພາ ແລະ ສືບຕໍ່ດຳລົງຕຳແໜ່ງເປັນການນຳປະເທດອາເມລິກາໃຕ້.

ປະທານນາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຮັບການເລືອກຕັ້ງຄືນໃໝ່ - ảnh 1ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro

(ພາບ: EPA/TTXVN)

ທ່ານ Nicolas Maduro ໄດ້ຮັບ ບັດສະໜັບສະໜູນກວ່າ 5,8 ລ້ານບັດ. ຢືນອັນດັບທີສອງແມ່ນ ຜູ້ສະໝັກເລືອກຕັ້ງຝ່າຍຄ້ານ Henri Falcon ດ້ວຍຈຳນວນ ບັດສະໜັບສະໜູນ 1,8 ລ້ານບັດ. ການເລືອກຕັ້ງຢູ່ ເວເນຊູເອລາ ໄດ້ດຳເນີນໃນສະພາບການປະເທດນີ້ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ  ທັງໃນດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ໂດຍບັນດາກົນອຸບາຍມ້າງເພທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກພາຍໃນປະເທດ, ກໍຄື ກຳລັງດັນຈາກພາຍນອກ.

        ກ່ອນໜ້ານັ້ນ, ວັນທີ 20 ພຶດສະພາ, ເມື່ອກ່າວຄຳເຫັນຕໍ່ສື່ມວນຊົນ ພາຍຫຼັງການປະຕິບັດສິດຂອງພົນລະເມືອງຢູ່ສະຖານທີ່ປ່ອນບັດເລືອກຕັ້ງທີ່ນະຄອນຫຼວງ Caracas, ທ່ານປະທານາທິບໍດີ Nicolas Maduro ຢັ້ງຢືນວ່າ ນີ້ແມ່ນຈຸດເວລາຕ້ອງລົບລ້າງຄວາມຄຽດແຄ້ນ ເພື່ອການພັດທະນາລວມຂອງປະເທດຊາດ.  ທ່ານປະທານາທິບໍດີ Nicolas Maduro ໃຫ້ຮູ້ວ່າ ຈະສະເໜີປະຕິບັດການປ່ຽນແປງຫຼາຍຢ່າງ ເພື່ອຮັບມືກັບວິກິດການດ້ານເສດຖະກິດ, ກໍຄືດຳເນີນການໂອ້ລົມສົນທະນາ ເພື່ອຄວາມປອງດອງຊາດ. ທ່ານປະທານາທິບໍດີ Nicolas Maduro ກໍຮຽກຮ້ອງລັດຖະບານບັນດາປະເທດທີ່ເປັນປໍລະປັກ ຢຸດຕິບັ້ນເຄື່ອນໄຫວທີ່ບິດເບືອນ ກັບສະພາບຄວາມເປັນຈິງຂອງ ເວເນຊູເອລາ.

ຕອບກັບ

ຂ່າວ/ບົດ​ອື່ນ