ປະ​ທານ​ປະ​ທານ​ປະ​ເທດ ໂຕ​ເລິມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ

(VOVWORLD) - ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງຮ່າໂນ້ຍ,  ທ່ານປະທານປະເທດ ຫວຽດນາມ ໂຕເລິມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ເປັນປະທານວາລະກອງປະຊຸມຄັ້ງທີ 5 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 – 2026. 
ປະ​ທານ​ປະ​ທານ​ປະ​ເທດ ໂຕ​ເລິມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມວາລະປະຊຸມ ມີທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຮອງປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ;  ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ… ທີ່ວາລະປະຊຸມ, ສະພາໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ໃນບັນດາຂົງເຂດ, ເປັນຕົ້ນແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດໃນໄລຍະຜ່ານມາ; ສະພາບການໝາກຜົນຂອງການຜັນຂະຫຍາຍມະຕິວ່າດ້ວຍການຈັດຕັ້ງກອງປະຊຸມປະຊາຊົນໄລຍະ 2021 – 2030 ແລະ ຊຸມປີຕໍ່ໄປ ແລະ ມະຕິວ່າດ້ວຍການຍູ້ແຮງການກໍ່ສ້າງກຳລັງຕຳຫຼວດປະຊາຊົນມີຄວາມໂປ່ງໃສ, ເຂັ້ມແຂງ, ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່ຢ່າງແທ້ຈິງ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ໂຕເລິມ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງຕ້ອງສືບຕໍ່ຕິດແທດ, ຕິດຕາມ, ເປັນເຈົ້າການກຳແໜ້ນ, ຄົ້ນຄ້ວາ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການໂລກ, ພາກພື້ນ, ພາຍໃນປະເທດ ເປັນຕົ້ນແມ່ນບັນດາບັນຫາພົ້ນເດັ່ນຂຶ້ນ, ມີລັກສະນະຍຸດທະສາດກໍ່ຜົນກະທົບຕໍ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງ ຫວຽດນາມ, ເພື່ອເປັນເສນາທິການກັບພັກ, ລັດ ກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການແກ້ໄຂຢ່າງທັນການ ເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ