ປະທານປະທານເຈືອງເຕີ໋ນຊາງພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມອາຊີ-ປາຊີຟິກສາມັກຄີກັບກູບາ

ປະທານປະທານເຈືອງເຕີ໋ນຊາງພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມອາຊີ-ປາຊີຟິກສາມັກຄີກັບກູບາ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ພົບ​ປະ​ກັບ​ບັນດາ​ຜູ້​ແທນ​
ເຂົ້າ​ຮ່ວມ​ກອງ​ປະຊຸມ​ ອາຊີ -​ ປາຊີ​ຟິກ ສາມັກຄີ​ກັບ​ ກູ​ບາ ຄັ້ງ​ທີ 7)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 9/9, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ພົບ​ປະ​ກັບ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ອາຊີ -​ ປາຊີ​ຟິກ ສາມັກຄີ​ກັບ​ ກູ​ບາ ຄັ້ງ​ທີ 7. ທ່ານ​ປະທານ​ປະ​ເທດ ເຈືອງ​ເຕີ໋ນຊາງ ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ແທ້​ຈິງ ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູ​ນອັນ​ໃຫຍ່​ຫລວງ​ສຳລັບ​ພາລະກິດ​ຕໍ່​ສູ້ເປັນ​ທຳ ​ເພື່ອ​ເອກະລາດ ອະທິ​ປະ​ໄຕ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ປະຊາຊົນ ກູ​ບາ, ​ເພ່ີມທະວີ​ການ​ຮ່ວມ​ມືລະຫວ່ງບັນດາ​ອົງການ​ມິດຕະພາບ​ສາມັກ​ຄີ​ກັບ ກູ​ບາ ຢູ່ ອາຊີ - ປາຊີ​ຟິກ. ທ່ານ​ປະທານ​ປະ​ເທດ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ພາ​ລະກິດ​ເປັນ​ທຳ​ຂອງ​ປະ​ເທດ ກູ​ບາ ຈະ​ສືບ​ຕໍ​ຍາດ​ໄດ້​ໄຊຊະນະ​ຫລາຍ​ຢ່າງ ​ແລະ ນັບ​ມື້​ນັບຍົກ​ທີ່​ຕັ້ງ​ບົດບາດ​ໃນ​ພາກພື້ນ ​ແລະ ​ໂລກ

ຂ່າວ/ບົດ​ອື່ນ