ປະທານປະເທດ Truong Tan Sang ຕ້ອນຮັບ ພະບາດສົມເດັດຍີ່ປຸ່ນ Akishino

ປະທານປະເທດ Truong Tan Sang ຕ້ອນຮັບ ພະບາດສົມເດັດຍີ່ປຸ່ນ Akishino - ảnh 1
ທ່ານປະທານ​ປະ​ເທດ Truong Tan Sang
ຕ້ອນຮັບພະ​ບາດສົມ​ເດັດ​​ຍີ່​ປຸ່ນ Akishino
( ພາບ: .vietnamplus.vn )


(vovworld) - ຕອນ​ທ່ຽງວັນ​ທີ 17/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ Truong Tan Sang  ​ໄດ້​ໃຫ້ການ​ຕ້ອນຮັບພະ​ບາດສົມ​ເດັດ​​ຍີ່​ປຸ່ນ Akishino. ທີ່​ການ​ຕ້ອນຮັບ, ທ່ານປະທານ​ປະ​ເທດ Truong Tan Sang  ​ໄດ້​ຢັ້ງຢືນ​ວ່າ ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ​ຈະ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ຍີ່ປຸ່ນ, ຖື​ວ່າ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ທ່ານ​ປະທານ​ຖື​ວ່າ​ປີ 2013, ສອງ​ປະ​ເທດ​ຫວຽດນາມ - ຍີ່ປຸ່ນຈະ​ພ້ອມ​ກັນ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ຜ່ານ​ນັ້ນ​ຈະ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊົ່ງກັນ ​ແລະ ກັນ.

ສ່ວນພະ​ບາດສົມ​ເດັດ​​ຍີ່​ປຸ່ນ Akishino ກໍ່ສ​ະ​ແດງ​ຄວາມ​ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຫວຽດນາມ​ກໍ່​ຄື​ທ້ອງ​ຖີ່​ນຕ່າງໆ​ເພື່ອ​ໃຫ້​ຈຸດປະສົງ​ຂອງ​ຄະນະ​ແມ່ນ​​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັກສາ​ຊີວະ​ນາໆ​ພັນ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ