ປະທານປະເທດ Truong Tan Sang ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ ເຂົ້າຍື່ນສານຕາຕັ້ງ

(vovword)- ຕອນ​ບ່າຍ​ວັນ​ທີ 28/5 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ ປະ​ເທດ ອີຣານ, ​ໂມ​ຊຳ​ບິກ, ຈໍ​​ເຈຍ, ​ເອທີ​ໂອ​ປີ, ​ເອຣີ​ເຕຣຍ ​ເຂົ້າຍື່ນ​ສານ​ຕາ​ຕັ້ງ​ເມື່ອ​ມາ​ຮັບ​ຫນ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ​, ທ່ານ​ປະທານ​ປະ​ເທດ​ Truong Tan Sang ຢືນຢັນ​ວ່າ: ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ຂອງ ຫວຽດນາມ ຍາມ​ໃດ​ກໍ​ຖື​ການ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ເປັນ​ສຳຄັນ, ​ໃນ​ນັ້ນ ມີ ອີຣານ, ​ໂມ​ຊຳ​ບິກ, ຈໍ​​ເຈຍ, ​ເອທີ​ໂອ​ປີ, ​ເອຣີ​ເຕຣຍ. ທ່ານປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ: ຫວຽດນາມ ​ແລະ ບັນດາ​ປະ​ເທດ​ເຫລົ່າ​ນີ້ ຈະ​ສືບ​ຕໍ່​ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ເວທີ​ປາ​ໄສພາກ​ພື້ນ ​ແລະ ສາກົນ, ພ້ອມ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ
ຂ່າວ/ບົດ​ອື່ນ