ປະທານປະເທດ Truong Tan Sang ຕ້ອນຮັບເອກອັກຄະລັດຖະທູດຂອງປະເທດຕ່າງເຂົ້າຢື່ນສານຕາຕັ້ງ

ປະທານປະເທດ Truong Tan Sang ຕ້ອນຮັບເອກອັກຄະລັດຖະທູດຂອງປະເທດຕ່າງເຂົ້າຢື່ນສານຕາຕັ້ງ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 15/8, ຢູ່​ສຳນັກງານ​ປະທານ​ປະ​ເທດທີ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ເອກ​​ອັກຄະ​ລັດຖະທູດ ສ. ສິງ​ກາ​ໂປ, ສ. Gabong, ສ. Sierra Leone, ສະຫະພັນ Micronesia, ສ Kzakhstan ​ແລະ ສ Azerbaijan ​ເຂົ້າ​ຢືນ​ສານ​ຕາ​ຕັ້ງ​ຮັບ​ວຽກ​ງານ​ໃໝ່​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ສິງ​ກາ​ໂປ Simon Ngteck Hean, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ສະ​ແດງ​ຄວາມ​ຫວັງ​ວ່າ 2 ຝ່າຍ​ຈະຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ມີ​ຂໍ້​ລິ​ເລີ່​ມ​ລະອຽດ, ​ແທດ​ຈິງຫຼາຍ​ຢ່າງ ​ເພື່ອ​ຊຸ​ກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​ແລະ ມຸ້ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົ​ມ ​ອາຊຽນ​ໃນ​ປີ 2015.

ອວຍພອນ​ໃຫ້​ທ່ານ ເອກ​ອັກຄະ​ລັດຖະທູດ Gabong Jean Robert Goulong Gana ມາ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ, ທ່ານ​ປະທານ​ປະ​ເທດ Truong Tan Sang ຫວັງ​ວ່າ: ດ້ວຍ​ບົດບາດ​ສຳຄັນ​ຂອງ Gabong ຢູ່​ເຂດ ອາບຝຣີກາ, ທ່ານ ເອກ​ອັກຄະ​ລັດຖະທູດ ຈະ​ປະກອບສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ Gabong  ​ແລະ​ ພາກ​ພື້ນ. ທ່ານ​ປະທານ​ປະ​ເທດ ຖື​ວ່າ: 2 ຝ່າຍ​ຄວນ​ສ້າງ​ສຳ​ເລັດ​ບັນດາ​ສັນຍາ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

​ເມື່ອ​​ໃຫ້ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ Sierra Leone Abubakarr Multi Kamara, ທ່ານ​ປະທານ​ປະ​ເທດ ຖື​ວ່າ: 2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ຫຼາຍ​ຢ່າງ ​ເພື່ອ​ຮ່ວມ​ມື​ກ່ຽວ​ກັບ​ດ້ານການ​ຄ້າ, ກະສິກຳ, ສາທາລະນະ​ສຸກ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່ຈະ​ແບ່ງປັນ​ບົດຮຽນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ ​ແລະ ຊ່ວຍ​ເຫຼືອ Sierra Leone ​ໃນ​ການ​ພັດ​ທະນາ​ເສດຖະກິດ, ຄ້ຳ​ປະກັນດ້ານ​ສະບຽງອາຫານ.

ສ່ວນ​ໃນ​ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ Kzakhstan Yermekbayev, ທ່ານ​ປະທານ​ປະ​ເທດສະ​ແດງ​ຄວາມ​ຫວັງ​ວ່າ: ຫວຽດນາມ ຈະ​ເຊັນ​ສັນຍາ​ການ​ຄ້າ​ເສລີ ກັບ Kzakhstan ​ໂດ​ຍ​ໄວ, ພ້ອມ​ທັງ​ເປີດ​ສາຍການ​ບິນລະຫວ່າງ 2 ປະ​ເທດ ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື 2 ຝ່າຍ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ.

ຊົມ​ເຊີຍ​ທ່ານ ເອກ​ອັກຄະ​ລັດຖະທູດ Azerbaijan Latif Oglu Gandilov ທີ່​ມາ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ, ທ່ານ​ປະທານ​ປະ​ເທດ Truong Tan Sang ຫວັງ​ວ່າ: ທ່ານ ເອກ​ອັກຄະ​ລັດຖະທູດ ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດຢ່າງ​ແຮງ​ກ່ວາ​ອີກ, ​ໃນ​ສະພາບ​ການ​ທີ່​ປີ 2013, 2 ຝ່າຍ​ຈະ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ.

ຂ່າວ/ບົດ​ອື່ນ