ປະທານປະເທດ Truong Tan Sang ພົບປະກັບນັກທຸລະກິດ

ປະທານປະເທດ Truong Tan Sang ພົບປະກັບນັກທຸລະກິດ - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ພົບ​ປະ​ກັບນັກທຸລະກິດ
(ພາບ: sggp.org.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 13/10, ​ເນື່ອງ​ໃນ​ໂອກາດ​ວັນ​ນັກທຸລະກິດ​ຫວຽດນາມ, ທ່າ​ນປະ​ທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ 100 ຄົນ​ເຊິ່ງ​ຕາງໜ້າ​ໃຫ້​ບັນດາ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ດີ​ເດັ່ນ. ຮັບ​ຟັງ ​ແລະ ​ແບ່ງປັນ​ຄວາມ​ຫວັງ​ຂອງ​ບັນດາ​ນັກທຸ​ລະ​ກິດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຍ້ອງຍໍ​ຊົມ​ເຊີຍບັນດາ​ການ​ອຸທິດ​ສ່ວນ​ຂອງ​ວົງ​ການ​ນັກທຸລະກິດ​ຫວຽ​ດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ​ ຢືນຢັນ​ວ່າ, ​ໃນ​ແຕ່ລະ​​ໄລຍະທາງ​ປະຫວັດສາດ​ຂອງ​ປະ​ເທດ​ຊາດ, ດ້ວຍ​​ຜົນ​ສຳ​ເລັດ​ແຕ່ລະ​ຢ່າງ, ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ທີ່​ໃຫຍ່​ຫຼວງ​ຂອງ​ບັນດາ​ນັກທຸລະກິດ ​ແລະ ວິ​ສາ​ຫະກິດ. ທ່ານ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ວ່າ, ​ໃນ​ບັນດາ​ເອກະສານ, ມະຕິ​ສຳຄັນ​ຂອງ​ພັກ, ກໍລ້ວນ​ແຕ່​ຕີ​ລາຄາ​ສູງບົດບາດ​ທີ່​ຕັ້ງ​ຂອງ​ວິ​ສາ​ຫະກິດ ​ແລະ ນັກທຸລະກິດ.

ທ່ານ​ປະທານ​ປະ​ເທດ​​ໄດ້​ຖື​ວ່າ, ດ້ວຍ​ສະພາບ​ການ​ທີ່​ຊີວິດ​ສັງຄົມ​ໄດ້​ຮັບ​ການ​ຮັບປະກັນ, ​ໄຟ​ເງິນ​ເຟີ້​ໄດ້​ຮັບ​ການ​ຄອບ​ຄຸມ, ການ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ມີ​ບາດກ້າວ​ພັດທະນາ​​ໂດຍພື້ນຖານ, ​ກໍ​ຍ້ອນ​ມີ​ການ​ປະກອບສ່ວນ​ຄວາມ​ມານະ​ພະຍາຍາມ​ຂອງ​ນັກທຸລະກິດ. ​ໃນ​ສະພາບ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ພວມ​ວາງ​ອອກ​ບັນດາ​ໜ້າ​ທີ່​ອັນ​ຮີບ​ດ່ວນ​ໃຫ້​ວົງ​ການ​ນັກທຸລະກິດ, ທ່ານ​ປະທານ​ປະ​ເທດ ​ໄດ້​ຢືນຢັນ​ວ່າ ພັກ, ລັດ ຈະ​ສືບ​ຕໍ່​ມີ​ມາດ​ຕະການ​ແກ້​ໄຂ ​ແລະ ຊ່ວຍ​ວິ​ສາ​ຫະກິດ​ຜ່ານ​ຜາ​ຄວາມ​ຫຍຸ້ງຍາກ​​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ