ປະທານປະເທດ Truong Tan Sang ຢ້ຽມຢາມ ສ.Kazakhstan

ປະທານປະເທດ Truong Tan Sang ຢ້ຽມຢາມ ສ.Kazakhstan - ảnh 1
(ທ່ານ​ປະທານ​ປະ​ເທດ Truong Tan Sang
ຢ້ຽມຢາມ​ທາງ​ລັດຖະກິດສ.Kazakhstan)

(vovworld) -     ​​ໂດຍ​ໄດ້​ຮັບ​ຄຳ​ເຊີນຈາກ​ທ່ານ​ປະທານາທິບໍດີ ສ.Kazakhstan Nursultan Nazarbayev, ຕອນ​ບ່າຍ​ວັນ​ທີ 9/9, ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​​ເດີນທາງ​​ໄປ​ຮອດ​ນະຄອນຫຼວງ Astana, ​ເລີ່ມຕົ້ນການ​ຢ້ຽມຢາມ​ທາງ​ລັດຖະກິດສ.Kazakhstan ​ໃນ​ລະຫວ່າງ​ວັນ​ທີ 10 – 11/9. ນີ້​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ການ​ມາຢ້ຽມຢາມ​ຫວຽດນາມຂອງ​ທ່ານ​ປະທານາທິບໍດີກາ​ສັກ​ສະຖານ Nursultan Nazarbayev ​ໃນ​ທ້າຍ​ເດືອນ 10/2011. ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ​ຄັ້ງ​ນີ້ເພື່ອ​ແນ​ໃສ່ປັບປຸງ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດ, ຊຸກຍູ້​ເສດຖະກິດ​ການ​ຄ້າ, ດຳ​ເນີນການ​​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ກັບ ພັນ​ທະ​ພາບພາສີ​ເຊິ່ງລວມມີ ລັດ​ເຊຍ, ​ເບ​ລາຣຸດ ​ແລະ Kazakhstan ດ້ວຍ​​ເປົ້າ​ໝາຍ​ນຳ​ວົງ​​ເງິນ​ການ​ຄ້າ​ສອງ​ສົ້ນ ​ເພີ່ມ​ສູງຂຶ້ນ​ກວ່າ​ເກົ່າ, ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານເສດຖະກິດ​ ​ແລະ ການ​ລົງທຶນໃຫ້​​ເທົ່າ​ທຽມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມຂອງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ​ທ່ານ​ປະທານ​ປະ​ເທດ Truong Tan Sang ​ເຂົ້າ​ຮ່ວມ​ພິທີ່​ໄຂ “ຊຸມ​ວັນວັດທະນະທຳ​ຫວຽດນາມ ຢູ່ Kazakhstan”. ພິທີ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ Truong Tan Sang ຢ່າງ​ເປັນ​ທາງ​ການຖືກຈັດ​ຂຶ້ນ​ໃນ​ຕອນ​ທ່ຽງ​ວັນ​ທີ 10/9 (ຕາມ​ເວລາ​ທ້ອງ​ຖິ່ນ).

ຂ່າວ/ບົດ​ອື່ນ