ປະທານປະເທດ Truong Tan Sang ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ວິທະຍາຄານປ້ອງກັນຊາດ

ປະທານປະເທດ Truong Tan Sang ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ວິທະຍາຄານປ້ອງກັນຊາດ - ảnh 1

(ພາບ:tuyengiao.vn)

(vovworld)- ຕອນ​ເຊົ້າວັນ​ທີ 17/9, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ເຂົ້າຮ່ວມພິທີ​ໄຂ​ສົກຮຽນ​ໃໝ່​ 2012-2013 ຂອງ​ວິທະຍາຄານ​ປ້ອງ​ກັນຊາ​ດ. ກ່າວຄຳ​ເຫັນ​ທີ່​ພິທີ, ທ່ານປະທານ​ປະ​ເທດ Truong Tan Sang ​​ເນັ້ນໜັກ​ວ່າ ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ແມ່ນ​ພາລະກິດ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ; ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວສັງຄົມ. ທ່ານປະທານ​ປະ​ເທດ Truong Tan Sang ​ຖື​ວ່າ: ກອງ​ປະຊຸມ​ໃຫ່ຍພັກ​ທົ່ວ​ປະ​ເທດ​ຄັ້ງທີ 11 ​ໄດ້​ວາງ​ອອກ​ໜ້າ​ທີ່​ສຳຄັນ ນັ້ນ​ແມ່ນ “​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ທັງ​ຊາດ, ທັງ​ລະ​ລົບ​ການ​ເມືອງ​ຢ່າງ​ແຮງ, ປະຕິບັດ​ຈຸດໝາຍ, ໜ້າ​ທີ່​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຢ່າງ​ດີ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຢ່າງໝັ້ນຄົງ“. ທ່ານປະທານ​ປະ​ເທດ Truong Tan Sang ​​ເນັ້ນໜັກ​ວ່າ:

   “​ໂດຍ​ແມ່ນ​ສູນ​ສຶກສາ​ບຳລຸງ​ສ້າງ ​ແລະ ຄົ້ນຄ້ວາ​ວິທະຍາສາດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ອັນ​ດັບ 1 ຂອງ​ກອງທັບ ​ແລະ ປະ​ເທດ​ຊາດ, ທາງ​ວິທະຍາຄານ​ຕ້ອງ​ປ່ຽນ​ໃໝ່​ຢ່າງ​ແຮງ​ກ່ວາ​ອີກ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຮອບດ້ານ ທັງ​ຂົງ​ເຂດ​ຄົ້ນຄ້ວາ​ວິທະຍາສາດ ​ແລະ ການສຶກສາ​ບຳລຸງ​ສ້າງ. ທາງ​ວິທະຍາຄານ​ຕ້ອງ​ຄົ້ນຄ້ວາ​ມູນ​ເຊື້ອ, ສິລະ​ປະຍຸດການ​ທະຫານ​ຂອງ​ລຸ້ນພໍ່​ລຸ້ນອ້າຍ​ໃນ​ປະຫວັດສາດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ນັບ​ພັນ​ປີ, ຄົ້ນຄ້ວາ​ແນວທາງ, ສິລະ​ປະ​ຊີ້​ນຳ​ໃນ​ການ​ຕໍ່ສູ້​ຂອງ​ພັກ, ລັດ, ບັນດາ​ບົດຮຽນ​ທີ່​ອຸດົມສົມບູນ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ກອງທັບ​ຫວຽດນາມ ​ໃນ​ບັນດາ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ຕະຫຼອດ 60 ປີຜ່ານມາ; ຄົ້ນຄ້ວາວິທະຍາສາດ​ການ​ທະຫານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ຂອງ​ສົງຄາມ​ທັນ​ສະ​ໄໝ, ສົງຄາມ​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ປະຈຸ​ບັນ ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ, ລັດ, ກອງທັບ ​ແລະ ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ບຳລຸງ​ສ້າງ​ຂອງ​ວິທະຍາຄານ “.

ຂ່າວ/ບົດ​ອື່ນ