ປະທານປະເທດ Truong Tan Sang ເຂົ້າຮ່ວມວັນບຸນສາມັກຄີທົ່ວປວງຊົນທັງຊາດ

ປະທານປະເທດ Truong Tan Sang ເຂົ້າຮ່ວມວັນບຸນສາມັກຄີທົ່ວປວງຊົນທັງຊາດ - ảnh 1
(ທ່ານ​ປະທານ​ປະ​ເທ​ດ Truong Tan Sang ​ມອບ​ຂອງຂວັນ​ໃຫ້​ຜູ້ຕາງໜ້າ​ຄຸ້ມ​ຖະໜົນ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 11/11, ທ່ານ​ປະທານ​ປະ​ເທ​ດ Truong Tan Sang ​ໄດ້​ເຂົ້າ​ຮ່ວມ​ວັນ​ບຸນສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ (18/11) ຢູ່​ຄຸ້ນ​ຖະໜົນ 3, ຕາ​ແສງ 5, ​ເມືອງ 2, ນະຄອນ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຍ້ອງຍໍ​ສັນລະ​ເສີນ, ອວຍພອນ​ບັນດາ​ຜົນງານ​ເຊິ່ງຄຸ້ນ​ຖະໜົນ 3, ຕາ​ແສງ 5, ​ເມືອງ 2 ບັນລຸ​ໄດ້​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະຕິບັດ​ປະຊາທິປະ​ໄຕ, ສ້າງ​ຊີວິດ​ວັດທະນະທຳ​ຢູ່​ຂັ້ນ​ຮາກ​ຖານ. ທ່ານ​ປະທານປະ​ເທດ Truong Tan Sang ​ເວົ້າ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ພໍ່​ແມ່ປະຊາຊົນ​ຢູ່ຄຸ້ນ​ຖະໜົນ, ການ​ນຳ​ນະຄອນ, ຕາ​ແສງ, ​ບ້ານ… ​ໄດ້​ຊາບ​ຊື​ມ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ ມີ​ຄວາມ​ຄິດ ​ແລະ ການ​ກະທຳ​ຄື​ລຸງ​ໂຮ່, ​ໂດຍ​ສະ​ເພາະ​ແມ່ນ​​ໃນ​ສະຖານະການທີ່​ຫຍຸ້ງຍາກ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ແຕ່ລະ​ເທື່ອ​ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ແນວ​ນັ້ນ, ພໍ​ແມ່​ພີ​ນ້ອງ, ບັນດາ​ສະຫາຍ, ໝູ່ປະຊາຊົນ ຈະ​ປະກອບ​ຄວາມ​ເຫັນທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໃຫ້​​ແກ່ພວກ​ຂ້າພະ​ເຈົ້າ… ​ໃນ​ວິວັດ​​ແຫ່ງການ​ສ້າງສາ​ປະ​ເທດ​ຊາດ, ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ ບໍ່​ພຽງ​ແຕ່​​ກົນ​ການ​ເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ເທົ່າ​ນັ້ນ, ຫາກ​​ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຂົ້າ​ຮ່ວມ​ອີກ​ດ້ວຍ”.

        ທ່ານ​ປະທານ​ປະ​ເທ​ດ Truong Tan Sang ​ໄດ້​ມອບ​ຂອງຂວັນ​ໃຫ້​ຜູ້ຕາງໜ້າ​ຄຸ້ມ​ຖະໜົນ, ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ບັນດາ​ຄອບຄົວ​ດີ​ເດັ່ນ​ໃນ​ຂະ​ບວນການ​ຕ່າງໆ​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ