ປະທານປະເທດ ຈີນ ສີຈີ້ນຜິງ ສົ່ງຈົດໝາຍເຖິງການນຳ ສປປ ເກົາຫຼີ Kim Jong Un

(VOVWORLD) - ຝ່າຍຈີນ ຍັງບໍ່ທັນປະກາດກ່ຽວກັບຈົດໝາຍສະບັບນີ້ເທື່ອ. ໃນຂະນະນັ້ນ, KCNA ກໍ່ບໍ່ໄດ້ເຕື້ອງເຖິງບັນດາການຍິງລູກສອນໄຟໄລຍະມໍ່ໆມານີ້ຂອງ ພຽງຢ່າງ.

ວັນທີ 26 ພະຈິກ, ສື່ມວນຊົນ ສປປ ເກົາຫຼີ ໄດ້ປະກາດເນື້ອໃນຈົດໝາຍຂອງທ່ານປະທານປະເທດ ສປ ຈີນ ສີຈີ້ນຜິງ ສົ່ງເຖິງການນຳປະເທດນີ້ ທ່ານ Kim Jong Un. ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີເນື້ອໃນຈົດໝາຍທີ່ສົ່ງເຖິງການນຳ Kim Jong Un ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ, ໃນນັ້ນ ເນັ້ນໜັກເຖິງເລື່ອງ ຈີນ ກຽມພ້ອມກັບ ສປປ ເກົາຫຼີ ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຂອງພາກພື້ນ ແລະ ໃນທົ່ວໂລກ.

        ແຕ່ເຖິງຢ່າງໃດກໍ່ຕາມ, ຝ່າຍຈີນ ຍັງບໍ່ທັນປະກາດກ່ຽວກັບຈົດໝາຍສະບັບນີ້ເທື່ອ. ໃນຂະນະນັ້ນ, KCNA ກໍ່ບໍ່ໄດ້ເຕື້ອງເຖິງບັນດາການຍິງລູກສອນໄຟໄລຍະມໍ່ໆມານີ້ຂອງ ພຽງຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ