ປະ​ທານປະ​ເທດ ຈີນ ເຈ​ລະ​ຈາທາງ​ໂທ​ລະ​ສັບ​ກັບ​ການ​ນຳ ອີ​ຢູ ແລະ ສິງ​ກະ​ໂປ

(VOVWORLD) -ໃນການເຈລະຈາທາງໂທລະສັບໃນວັນດຽວກັນ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີສຽນຫຼົງ ທ່ານ ສີຈິ້ນຜິງກໍຖືວ່າ ສອງປະເທດ ຄວນສົມທົບກັນເພື່ອແກ້ໄຂໜ້າທີ່ພັດທະນາພາຍຫຼັງໂລກລະບາດໂຄວິດ - 19.
ປະ​ທານປະ​ເທດ ຈີນ ເຈ​ລະ​ຈາທາງ​ໂທ​ລະ​ສັບ​ກັບ​ການ​ນຳ ອີ​ຢູ ແລະ ສິງ​ກະ​ໂປ - ảnh 1ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ (ພາບປະກອບ: TTXVN)

ວັນທີ 15 ຕຸລາ, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ຮຽກຮ້ອງໃຫ້ເພີ່ມທະວີການແລກປ່ຽນຍຸດທະສາດກັບສະຫະພາບເອີີຣົບ (ອີຢູ). ໃນການເຈລະຈາທາງໂທລະສັບກັບ ທ່ານ Charles Michel ປະທານສະພາເອີຣົບ, ທ່ານ ສີຈິ້ນຜິງ ຖືວ່າ ສອງຝ່າຍຄວນພ້ອມກັນຊຸກຍູ້ການພັດທະນາການພົວພັນສອງຝ່າຍໃຫ້ໝັ້ນຄົງເຂັ້ມແຂງ ແລະ ມີສະຖຽນລະພາບ ເພາະວ່າສິ່ງນີ້ນອນໃນຜົນປະໂຫຍດຂອງທັງສອງຝ່າຍ. ທ່ານ ສີຈິ້ນຜິງ ຍັງເນັ້ນໜັກວ່າ ຈີນ ແລະ ອີຢູແມ່ນສອງຝ່າຍໃຫ້ຄວາມສຳຄັນຕໍ່ເອກະລາດ ແລະ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ໃນການເຈລະຈາທາງໂທລະສັບໃນວັນດຽວກັນ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີສຽນຫຼົງ ທ່ານ ສີຈິ້ນຜິງກໍຖືວ່າ ສອງປະເທດ ຄວນສົມທົບກັນເພື່ອແກ້ໄຂໜ້າທີ່ພັດທະນາພາຍຫຼັງໂລກລະບາດໂຄວິດ - 19. ນອກຈາກນັ້ນ, ທ່ານ ສີຈິ້ນຜິງ ຍັງໄດ້ເນັ້ນໜັກວ່າ ສອງຝ່າຍຄວນເອົາໃຈໃສ່ຕໍ່ເງື່ອນໄຂໜູນຊ່ວຍສັງຄົມໃຫ້ປະຊາຊົນສອງປະເທດ ກໍຄືການພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ, ໄປຄຽງຄູ່ກັນນັ້ນ ກໍພ້ອມກັນແກ້ໄຂໜ້າທີ່ໃໝ່ ໃນການພັດທະນາປະເທດຊາດ ພາຍຫຼັງໂລກລະບາດ ເພື່ອສືບຕໍ່ນຳເອົາໝາກຜົນທີ່ຖືກໃຈມາໃຫ້ປະຊາຊົນ./.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ