ປະ​ທານ​ປະ​ເທດ: ບີ່​ງ​ດິງ​ມີ​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ​ ​ກາຍ​ເປັນ​ແຂວາງ​ທີ່​ມີ​ການ​ເຕີບ​ໂຕ​ໃໝ່

(VOVWORLD) -ໃນຂອບເຂດການເຄື່ອນໄຫວປະຕິບັດງານຢູ່ບັນດາແຂວງພາກກາງ, ຕອນເຊົ້າວັນທີ 15 ກຸມພາ, ຢູ່ບິ່ງດິ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ.

ປະ​ທານ​ປະ​ເທດ: ບີ່​ງ​ດິງ​ມີ​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ​ ​ກາຍ​ເປັນ​ແຂວາງ​ທີ່​ມີ​ການ​ເຕີບ​ໂຕ​ໃໝ່ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:  nhandan.vn)

ທ່ານປະທານປະເທດ ໄດ້ຕີລາຄາສູງແຂວງບິ່ງດິ້ງໄດ້ມີການພັດທະນາກ່ຽວກັບພື້ນຖານໂຄງລ່າງຢ່າງແຮງ ແລະ ມີຄວາມປະທັບໃຈ ໃນອາຍຸການຜ່ານມາ, ສ້າງກຳລັງໜູນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນກໍ່ຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໃນເຂດ. ທ່ານປະທານປະເທດເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການພັດທະນາຂອງແຂວງບິ່ງດິງ ເພື່ອກາຍເປັນແຂວງທີ່ມີການເຕີບໂຕໃໝ່ຢູ່ເຂດພາກກາງ ແລະ ທົ່ວປະເທດ.

ທ່ານປະທານປະເທດຊີ້ນຳວ່າໃນໄລຍະຈະມາເຖິງ, ທາງແຂວງຄວນມີບາດກ້າວບຸກລະລຸ ແລະ ດຶງດູດບັນດາແຫຼ່ງກຳລັງຢ່າງແຮງກ່ວາອີກເພື່ອພັດທະນາແບບຍືນຍົງ. ທ່ານປະທານປະເທດ ກໍ່ສະເໜີໃຫ້ແຂວງດິ່ງດິ້ງພັດທະນາອຸດສາຫະກຳປຸງແຕ່ງ, ປະດິດສ້າງທີ່ຕິດພັນກັບທ່າແຮງຂອງທ້ອງຖິ່ນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດວິຫານໄຕເຊີນຕາມກຽດ ຊຶ່ງແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນພິເສດດ້ານປະຫວັດສາດ, ວັດທະນະທຳ, ວິທະຍາສາດຕິດພັນກັບເຈົ້າຊີວິດກວາງຈຸງ ແລະ ຂະບວນການລຸກຮຶ້ຂຶ້ນໄຕເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ