ປະ​ທານ​ປະ​ເທດ ສົ່ງ​ຈົດ​ໝາຍ​ຍ້ອງ​ຍໍ​ນັກ​ຮຽນທີ່​ຄ້​ວາ​ໄດ້ຫຼຽນລາງວັນ​ໃນ​ການ​ເສັງ Olympic 2022

(VOVWORLD) - ທ່ານປະທານປະເທດ ຫງວຽນຊວັນຟຸກ ຫາກໍ່ມີຈົດໝາຍຍ້ອງຍໍໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ວິທະຍາສາດທຳມະຊາດ ແລະ ບັນດານັກຮຽນ ຫວຽດນາມ ທີ່ຄ້ວາໄດ້ຫຼຽນລາງວັນ ໃນການເສັງ Olympic ສາກົນ ປີ 2022.

ປະ​ທານ​ປະ​ເທດ ສົ່ງ​ຈົດ​ໝາຍ​ຍ້ອງ​ຍໍ​ນັກ​ຮຽນທີ່​ຄ້​ວາ​ໄດ້ຫຼຽນລາງວັນ​ໃນ​ການ​ເສັງ Olympic 2022 - ảnh 1ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທຳມະຊາດ (ພາບ: TTXVN)

ໃນຈົດໝາຍ, ທ່ານປະທານປະເທດ ເນັ້ນໜັກວ່າ ບັນດາຜົນງານດີເດັ່ນທີ່ ນ້ອງໆນັກຮຽນຄ້ວາໄດ້ຢູ່ການເສັງ Olympic ສາກົນ ປີ 2022 ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງຂະແໜງການສຶກສາເທົ່ານັ້ນ ຫາກຍັງແມ່ນຂອງທົ່ວທັງຊາດອີກດ້ວຍ, ເຊິ່ງສະແດງໃຫ້ເຫັນຄຸນທາດ, ພູມປັນຍາຂອງຊາວຫວຽດນາມ ກັບເພື່ອນມິດສາກົນ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ຍ້ອງຍໍ ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທຳມະຊາດ ຂຶ້ນກັບ ມະຫາວິທະຍາໄລວິທະຍາສາດ ທຳມະຊາດ, ມະຫາວິທະຍາໄລ ຮ່າໂນ້ຍ ແມ່ນ ສະຖານທີ່ຄົ້ນພົບ ແລະ ບຳລຸງສ້າງນັກຮຽນທີ່ມີພອນສະຫວັນ ແລະ ຄວາມເກັ່ງກ້າສາມາດຫຼາຍລຸ້ນຄົນໃນທົ່ວປະເທດ.

ທ່ານປະທານປະເທດ ຫວັງວ່າ ຄູສອນ ແລະ ນັກຮຽນຫຼາຍລຸ້ນຄົນ ຂອງໂຮງຮຽນດັ່ງກ່າວ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່ພື້ນຖານ, ການສຶກສາ ແລະ ບຳລຸງສ້າງຂອງຫວຽດນາມ ຢ່າງຮອບດ້ານ, ທ່ານກໍ່ສະແດງຄວາມເຊື່ອໝັ້ນຕໍ່ນັກຮຽນຫວຽດນາມ ຫຼາຍລຸ້ນຄົນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອມັກຮັກການຮ່ຳຮຽນຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ