ປະ​ທາ​ນປະ​ເທດ ສປ.ຈີນ ສີ​ຈິ້ນ​ຜິງ ຕ້ອນ​ຮັບປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ມູນ​ແຈ​ອິນ

(VOVWORLD) -ພາຍຫຼັງໄປເຖິງ ນະຄອນຫຼວງປັກກິ່ງ, ຕອນເຊົ້າວັນທີ 23 ທັນວາ, ທ່ານ ມູນແຈອິນປະທານາທິບໍດີ ສ.ເກົາຫຼີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ.

        ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເນັ້ນໜັກວ່າ: ສອງປະເທດຄວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດມີຄວາມເລິກເຊິ່ງແລະພັດທະນາ, ພິຈາລະນາເຖິງຜົນປະໂຫຍດສຳຄັນຕົ້ນຕໍແລະຄວາມເອົາໃຈໃສ່ເຊິ່ງກັນແລະກັນທີ່ສຸດ, ຊຸກຍູ້ສາຍພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານ ສີຈິ້ນຜິງ ຖືວ່າສອງຝ່າຍຕ່າງກໍ່ຢຶດໝັ້ນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ, ວາງແຜນນະໂຍບາຍໃນການແກ້ໄຂບັນຫາດັ່ງກ່າວໂດຍຜ່ານການເຈລະຈາ. ຈີນຈະໃຫ້ການສະໜັບສະໜູນສ.ເກົາຫຼີໃນການສືບຕໍ່ປັບປຸງສາຍພົວພັນກັບສ.ປປເກົາຫຼີແລະສືບຕໍ່ເປັນກຳລັງໜູນຕື່ມອີກໃຫ້ແກ່ຂະບວນວິວັດການເຈລະຈາສັນຕິພາບກ່ຽວກັບບັນຫາຢູ່ແຫຼມເກົາຫຼີ.

        ທ່ານ ມູນແຈອິນ ປະທານາທິບໍດີ ສ.ເກົາຫຼີ, ມີຄວາມປາດຖະໜາຢາກເປີດກວ້າງການຮ່ວມມືກັບຈີນໃນບັນດາຂົງເຂດເສດຖະກິດການຄ້າ, ວັດທະນະທຳ, ກິລາແລະການຮັກສາສິ່ງແວດລ້ອມ… ແລະພ້ອມແລ້ວທີ່ຈະສືບຕໍ່ຮ່ວມກັບຈີນ ໃນການເພີ່ມທະວີການແລກປ່ຽນສົມທົບກັນໃນບັນດາບັນຫາຢູ່ພາກພື້ນແລະສາກົນ, ໃນນັ້ນ, ມີຂະບວນວິວັດສັນຕິພາບຢູ່ ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ