ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ ​ສ​ປ​ຊ ສ້າງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂ​ອງ​ນ້ຳທະ​ເລ​​ຂຶ້ນ​ສູງ

(VOVWORLD) -ຕອນຄ່ຳວັນທີ 23 ກັນຍາ, ຕາມເວລາ ຫວຽດນາມ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອຽກລັງ Michael Martin,s, ປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມໝັ້ນຄົງດິນຟ້າອາກາດ.

ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ ​ສ​ປ​ຊ ສ້າງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂ​ອງ​ນ້ຳທະ​ເລ​​ຂຶ້ນ​ສູງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປຶກສາຫາລື 

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມວິຕົກກັງວົນ, ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງໃນທົ່ວໂລກ ແລະ ພວມສ້າງກຳນົດອະນາຄົດຂອງມວນມະນຸດ. ໂລກພວມເຫັນປະຈັກຕາບັນດາຜົນກະທົບຢ່າງຫຍໍ້ທໍ້ ຂອງການປ່ຽນແປງດິນຟ້າອກາດ ສ້າງການຂັດແຍ້ງກັນທາງດ້ານຊັບພະຍາກອນທຳມະຊາດລະຫວ່າງບັນດາປະຊາຄົມເຂດຊຸມຊົນ, ບັງຄັດໃຫ້ປະຊາຊົນນັບຫຼາຍສິບຫຼ້ານຄົນຕ້ອງຫາເງິນລ້ຽງຊີບຢູ່ໄກບ້ານເກີດເມືອງນອນ, ເກີດບັນດາໄພນາບຂູ່ຂ້າມຊາຍແດນ ກ່ຽວກັບຄວາມໝັ້ນຄົງດ້ານຊີວະພາບ, ສິ່ງແວດລ້ອມ, ທັນຍາຫານ ແລະ ແຫຼ່ງນ້ຳ. ບັນດາຜົນຕາມມານີ້ ສ້ອມແຝງຄວາມສ່ຽງກາຍເປັນຄວາມເຄັ່ງຕຶງ, ຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງ, ສ້າງຜົນສະທ້ອນໂດຍກົງຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາວິວັດຖະນາການຂອງບັນດາປະເທດ, ຊົນຊາດ. ຕໍ່ໜ້າສະພາບການນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ:

ທີໜຶ່ງ, ສະພາຄວາມໝັ້ນຄົງ ສປຊ ຕ້ອງນຳໜ້າໃນການສ້າງບັນດາກົນໄກຕີລາຄາ, ຄາດຄະເນ ແລະ ກ່າວເຕືອນກ່ຽວກັບບັນດາຄວາມສ່ຽງຄວາມໝັ້ນຄົງຂອງດິນຟ້າອາກາດໂດຍໄວ, ຈາກນັ້ນ ເປັນເຈົ້າການໃນການຮັບມື. ເພື່ອເປັນພື້ນຖານໃຫ້ແກ່ແຜນການວາງແຜນກຳນົດນະໂຍບາຍຮັບມືຢູ່ລະດັບທົ່ວໂລກ. ທ່ານປະທານປະເທດໄດ້ສະເໜີແນະຂໍ້ລິເລີ່ມສ້າງຖານຂໍ້ມູນສັງລວມ ກ່ຽວກັບຜົນກະທົບຫຼາຍແງ່ມູນຂອງສະພາບການນ້ຳທະເລຂຶ້ນສູງ. ທີ 2, ຕ້ອງຖືຜົນປະໂຫຍດຂອງ ປະຊາຊົນ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງ, ຢູ່ທີ່ຕັ້ງໃຈກາງ ເພື່ອອາດສາມາດແກ້ໄຂຢ່າງກົມກຽວ ບັນດາການຕິດຕໍພົວພັນຢ່າງສະໜິດແໜ້ນລະຫວ່າງຄວາມໝັ້ນຄົງ, ພັດທະນາ ແລະ ມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ