ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ພໍ່​ແມ່​ພີ່​ນ້ອງ​ຊາວ​ຄຼິດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂົວ​ເຊື່ອມ​ຕໍ່ ລະ​ຫວ່າງ ພັກ, ອຳ​ນາດ​ການ​ປົກ​ຄອງ ກັບ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ

(VOVWORLD) -ເນື່ອງໃນໂອກາດວັນບຸນຄຼິດສະມາດ ປີ 2021, ຕ້ອນຮັບປີໃໝ່ສາກົນ 2022, ຕອນເຊົ້າວັນທີ 23 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ມອບຂອງຂວັນ ແລະ ອວຍພອນ ວັນບຸນຄຼິດສະມາດ ຢູ່ສຳນັກສັງຄະນາຍົກ ຮ່າໂນ້ຍ ແລະ ຄະນະກຳມະການສາມັກຄີສາສະໜາ ກາໂຕລິກ ຫວຽດນາມ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ພໍ່​ແມ່​ພີ່​ນ້ອງ​ຊາວ​ຄຼິດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂົວ​ເຊື່ອມ​ຕໍ່ ລະ​ຫວ່າງ ພັກ, ອຳ​ນາດ​ການ​ປົກ​ຄອງ ກັບ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ມາອວຍພອນຢ້ຽມຢາມ ມອບຂອງຂວັນ ແລະ ອວຍພອນ ວັນບຸນຄຼິດສະມາດ ຢູ່ສຳນັກສັງຄະນາຍົກ ຮ່າໂນ້ຍ (ພາບ: VOV)

ເມື່ອຢ້ຽມຢາມ ສຳນັກສັງຄະນາຍົກ ຮ່າໂນ້ຍ ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນ ສັງຄະນາຍົກ ຫວູວັນທຽນ, ຫົວໜ້າສຳນັກສັງຄະນາຍົກເຂດຊາວຄຼິດຮ່າໂນ້ຍ, ຮອງເລຂານຸການໃຫຍ່ສະພາສັງຄະລາດ ຫວຽດນາມ, ບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດ ແລະ ຜູ້ຕາງໜ້າບັນດາເຂດຊາວຄຼິດ, ນິກາຍຂອງສຳນັກເຂດຊາວຄຼິດ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດຢ່າງເບີກບານມວນຊື່ນ, ສະຫງົບສຸກ, ເຕັມໄປດ້ວຍພະຄຸນຂອງພະຜູ້ເປັນເຈົ້າ.

ທ່ານປະທານປະເທດ ຢັ້ງຢືນວ່າ ຍາມໃດພັກລັດ ກໍ່ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນທີ່ໄດ້ຮັບຮອງໃນລັດຖະທຳມະນູນ ແລະ ກົດໝາຍ, ປະທານປະເທດສະແດງຄວາມເຊື່ອໝັ້ນແລະຫວັງວ່າ ພໍ່ແມ່ພີ່ນ້ອງຊາວຄຼິດ ຈະສ້າງເຂດຊາວຄຼິດ ໃຫ້ນັບມື້ນັບພັດທະນາປະກອບສ່ວນ ພັດທະນາເສດຖະກິດສັງຄົມຂອງນະຄອນຫຼວງຮ່າໂນ້ຍ, ຂອງປະເທດຊາດໃຫ້ນັບມື້ນັບຫຼາຍ ແລະ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະ ທ້ອງຖິ່ນໃຫ້ເປັນຢ່າງດີ. ຜ່ານນັ້ນ ນຳເອົາຊີວິດທີ່ສະຫງົບສຸກມາໃຫ້ພໍ່ແມ່ພີ່ນ້ອງຊາວຄຼິດ ແລະ ປະກອບສ່ວນສ້າງນະຄອນຫຼວງໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ ແລະ ທັນສະໄໝ.

ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງກະເຊົ້າດອກໄມ້ ອວຍພອນວັນບຸນ ຄຼິດສະມາດ ຢູ່ສຳນັກສັງຄະລາດໃຫຍ່ ເຂດຊາວຄຼິດເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ