ປະທານປະເທດ ຫງວຽນຊວັນຟຸກ ສົ່ງຈົດໝາຍອວຍພອນວິທະຍາຄານການເມືອງ (ກະຊວງປ້ອງກັນປະເທດ) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ

(VOVWORLD) -ໃນຈົດໝາຍ, ທ່ານປະທານປະເທດ ເນັ້ນໜັກວ່າ ຜ່ານໄລຍະ 70 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ ວິທະຍາຄານການເມືອງ ຍາມໃດກໍ່ຢືດໝັ້ນ, ສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ.
ປະທານປະເທດ ຫງວຽນຊວັນຟຸກ ສົ່ງຈົດໝາຍອວຍພອນວິທະຍາຄານການເມືອງ (ກະຊວງປ້ອງກັນປະເທດ) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ - ảnh 1ທ່ານປະທານປະເທດ ຫວຽນຊວັນຟຸກ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອວິທະຍາຄານການເມືອງ (25 ຕຸລາ 1951 – 25 ຕຸລາ 2021), ທ່ານປະທານປະເທດຫວຽດນາມ ຫວຽນຊວັນຟຸກ ໄດ້ສົ່ງຈົດໝາຍມາອວຍພອນ.

ໃນຈົດໝາຍ, ທ່ານປະທານປະເທດ ຫວຽນຊວັນຟຸກ ເນັ້ນໜັກວ່າ ຜ່ານໄລຍະ 70 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່, ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ເຊິ່ງໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ… ວິທະຍາຄານການເມືອງ ຍາມໃດກໍ່ຢືດໝັ້ນ, ສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ.

ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເຊື່ອໝັ້ນວ່າ, ບັນດາພະນັກງານ, ນັກຮົບ, ຄູອາຈານ, ພາລະກອນ… ຂອງວິທະຍາຄານການເມືອງ ຈົ່ງປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການສຶກສາ ແລະ ຄົ້ນຄວ້າວິທະຍາສາດ, ຕັ້ງໜ້າປະກອບສ່ວນສ້າງກອງທັບໃຫ້ເຂັ້ມແຂງດ້ານການເມືອງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ, ກຳລັງແຮງໃນການຕໍ່ສູ້ຂອງກອງທັບປະຊາຊົນ ຫວຽດນາມ ວິລະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ