ປະ​ທານ​ປະ​ເທດ ຫງວຽນ​ຊວ​ັນ​ຟຸກ ສະ​ເໜີ​ມາດ​ຕະ​ການ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ

(VOVWORLD) - ໃນການຮັບມືກັບໂລກລະບາດໂຄວິດ - 19, ການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ ແມ່ນການບຸລິມະສິດແຖວໜ້າ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ພວກເຮົາຄວນມີການກະທຳຢ່າງຂ້ຽວຂາດ.
ປະ​ທານ​ປະ​ເທດ ຫງວຽນ​ຊວ​ັນ​ຟຸກ ສະ​ເໜີ​ມາດ​ຕະ​ການ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ຕອນບ່າຍວັນທີ 22 ກັນຍາ (ຕາມເວລາ ນິວຢອກ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ດ້ວຍຫົວຂໍ້ “ດັບມອບໂລກລະບາດໂຄວິດ - 19 ແລະ ສ້າງສາໂລກໃຫ້ດີກວ່າເກົ່າ” ໂດຍທ່ານປະທານາທິບໍດີ ອາເມລິກາ ເປັນເຈົ້າພາບຈັດຕັ້ງຂຶ້ນ ໃນໂອກາດ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76. ທີ່ກອງປະຊຸມສຳຄັນນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ສະເໜີມາດຕະການຈຳນວນໜຶ່ງ ເພື່ອຊ່ວຍໃຫ້ບັນດາປະເທດພວມພັດທະນາມີວັກຊິນກັນພະຍາດໂຄວິດ - 19 ຫຼາຍກວ່າ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຖືວ່າ, ໃນການຮັບມືກັບໂລກລະບາດໂຄວິດ - 19, ການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ ແມ່ນການບຸລິມະສິດແຖວໜ້າ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ພວກເຮົາຄວນມີການກະທຳຢ່າງຂ້ຽວຂາດ. ທ່ານກ່າວວ່າ:

ຂ້າພະເຈົ້າຂໍຊົມເຊີຍ ທີ່ກອງປະຊຸມຄັ້ງນີ້ ໄດ້ຕົກລົງສ້າງຕັ້ງກອງທຶນຄວາມປອດໄພດ້ານສາທາລະນະສຸກທົ່ວໂລກ, ປະກອບສ່ວນເຂົ້າໃນການຮັບປະກັນແຫຼ່ງກຳລັງ ໃຫ້ແກ່ບັນດາຄວາມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຫວຽດນາມ ສະເໜີ ຕ້ອງຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ ແລະ ພັດທະນາການຜະລິດວັກຊິນ, ໃນນັ້ນ ມີການສ້າງສູນ ແລະ ເຄືອຂ່າຍຜະລິດວັກຊິນຢູ່ບັນດາພາກພື້ນ ໂດຍຜ່ານການເພີ່ມທະວີການຮ່ວມມືຜະລິດວັກຊິນ ແລະ ການຖ່າຍທອດເຕັກໂນໂລຢີໃຫ້ແກ່ບັນດາປະເທດພວມພັດທະນາ; ໃຫ້ການໜູນຊ່ວຍບັນດາປະເທດພວມພັດທະນາໄດ້ສຳຜັດກັບວັກຊິນຫຼາຍກວ່າ; ລົບລ້າງຮົ້ວກີດຂວາງທີ່ກ່ຽວຂ້ອງເຖິງການສະໜອວັກຊິນ. ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມດັ່ງກ່າວ”.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍແຈ້ງໃຫ້ຊາບວ່າ ຫວຽດນາມ ພວມຜັນຂະຫຍາຍລາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຜູ້ມີອາຍຸແຕ່ 18 ປີຂຶ້ນໄປ. ຢູ່ລະດັບພາກພື້ນ, ຫວຽດນາມ ກໍພ້ອມກັບບັນດາປະເທດ ອາຊຽນ ສ້າງຕັ້ງກອງທຶນຮັບມືກັບໂລກລະບາດໂຄວິດ - 19 ໃນປີ 2020 ແລະ ຫວ່າງມໍ່ໆມານີ້ ກໍຕົກລົງກັນຫັກຈຳນວນເງິນ 10,5 ລ້ານ USD ຈາກກອງທຶນດັ່ງກ່າວເພື່ອຊື້ວັກຊິນໃຫ້ແກ່ບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ