ປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສົບອະດີດນາຍົກລັດຖະມົນຕີຍີປຸ່ນ Abe Shinzo

(VOVWORLD) -ຕອນບ່າຍວັນທີ 27 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມພິທີສົບອະດີດ ນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ທີ່ຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ
ປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສົບອະດີດນາຍົກລັດຖະມົນຕີຍີປຸ່ນ Abe Shinzo - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ວາງພວງມາລາອາໄລຫາທ່ານອະດີດນາຍົກລັດຖະມົນຕີ Abe Shinzo

     ທ່ານປະທານປະເທດ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ວາງພວງມາລາອາໄລຫາທ່ານນາຍົກລັດຖະມົນຕີ Abe Shinzo; ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ພັກເສລີປະຊາທິປະໄຕ, ລັດຖະບານ, ສະພາແຫ່ງຊາດ, ປະຊາຊົນຍີ່ປຸ່ນ ແລະ ຄອບຄົວຂອງທ່ານນາຍົກລັດຖະມົນຕີຕໍ່ການຈາກໄປ ຂອງອະດີດນາຍົກລັດຖະມົນຕີ.

ປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສົບອະດີດນາຍົກລັດຖະມົນຕີຍີປຸ່ນ Abe Shinzo - ảnh 2ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen

    ກ່ອນໜ້ານັ້ນ,ຄືໃນຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ເນື່ອງໃນໂອກາດເຂົ້າຮ່ວມພິທີສົບ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບການນຳຂັ້ນສູງຂອງບັນດາປະເທດ ແລະ ບັນດາຄູ່ຮ່ວມມືຕ່າງປະເທດ. . ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ການນຳ 2 ປະເທດໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຜັນຂະຫຍາຍ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022” ເສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງການ ພົວພັນທາງການທູດ (24/6/1967 - 24/6/2022); ຊຸກຍູ້ການຮ່ວມມືອັນແທດຈິງ ລະຫວ່າງສອງຝ່າຍ, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ, ຜັນຂະຫຍາຍປະຕິບັດແຜນກຳນົດສັງລວມເຊື່ອມໂຍງສອງພື້ນຖານ ເສດຖະກິດ, ສົມທົບກັນປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ ອາຊຽນ ໂດຍສະເພາະແມ່ນໃນປີເປັນປະທານອາຊຽນ 2022 ຂອງກຳປູເຈຍ.

      ທີ່ການພົບປະລະຫວ່າງທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານສະພາເອີລົບ Charles Michel, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງຂອບເຂດຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (EU), ຢືນຢັນວ່າ ຫວຽດນາມ ຖື EU ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ; ຊົມເຊີຍ EU ໄດ້ຍົກອອກ ຫຼາຍຍຸດທະສາດແລະລິເລີ່ມເພື່ອເພີ່ມທະວີການ ຮ່ວມມືກັບ ພາກພື້ນອາຊີ - ປາຊີຟິກ; ສະແດງໃຫ້ເຫັນເລື່ອງ ຫວຽດນາມ ພ້ອມແລ້ວໃຫ້ການ ໜູນຊ່ວຍ ຊຸກຍູ້ການພົວພັນອາຊຽນ - EU. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ອີຢູ ຢ່າງສຳເລັດຜົນ. ທ່ານປະທານສະພາເອີລົບ Charles Michel ໄດ້ເຫັນດີເປັນເອກະສັນກ່ຽວກັບການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ຝ່າຍ, ຕີລາຄາບັນດາແງ່ຫວັງດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງ ຫວຽດນາມ ແລະ EU.

ຕອບກັບ

ຂ່າວ/ບົດ​ອື່ນ