ປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄັ້ງທີ 1 ປີ 2022 ຄະນະຊີ້ນຳການປະຕິຮູບດ້ານຕູລາການສູນກາງ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກໜຶ່ງໃນບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບແຜນຮ່າງຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ແລະ ສານເອເລັກໂຕນິກຂອງ ຫວຽດນາມ.
ປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄັ້ງທີ 1 ປີ 2022 ຄະນະຊີ້ນຳການປະຕິຮູບດ້ານຕູລາການສູນກາງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ
(ພາບ: TTXVN)

ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳປີ 2022.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກໜຶ່ງໃນບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບແຜນຮ່າງຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ແລະ ສານເອເລັກໂຕນິກຂອງ ຫວຽດນາມ. ກ່ຽວກັບແຜນຮ່າງຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ໄດ້ປຶກສາຫາລືຜ່ານ 2 ວາລະປະຊຸມໃນປີ 2021 ແລະ ໄດ້ຮັບຫຼາຍຄຳເຫັນ ປະກອບຢ່າງລະອຽດ:

        “ການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ແມ່ນບັນຫາສຳຄັນທີ່ສຸດ ໃນການຍົກສູງຄຸນນະພາບຂະແໜງຕຸລາການ, ມີຫຼາຍພະແນກ, ມີຫຼາຍໂຮງຮຽນບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີແຕ່ຄຸນນະພາບຍັງຕ່ຳ, ຍ້ອນເຫດນັ້ນ ການຍົກສູງຄຸນນະພາບຂອງການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີແມ່ນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນໃນປະຈຸບັນ. ໃນວິວັດການກະກຽມແຜນຮ່າງ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຮຽກຮ້ອງໃຫ້ຂະແໜງສຶກສາເປັນຫຼາຍຄັ້ງວ່າ ກະກຽມແຜນຮ່າງໃຫ້ມີຄຸນນະພາບ, ຂະແໜງຕຸລາການກວດແກ້ດ້ານເນື້ອໃນ, ລາຍງານທີ່ກອງປະຊຸມຄັ້ງນີ້ ເພື່ອເປັນເອກະພາບ, ຈາກນັ້ນດຳເນີນການປ່ຽນແປງໃໝ່, ຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີໃນໄລຍະຈະມາເຖິງ”.

        ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳກໍ່ປຶກສາຫາລືບາງເນື້ອໃນກ່ຽວຂ້ອງເຖິງຄະດີປະຫານຊີວິດ ແລະ ບັນດາມາດຕະການເພື່ອຜັນຂະຫຍາຍວຽກງານດັ່ງກ່າວໃຫ້ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ