ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ

(VOVWORLD) - ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Bern, ປະເທດສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Schneider Ammann, ອະດີດປະທານາທິບໍດີ ແລະ ລັດຖະມົນຕີເສດຖະກິດສະວິດ, ແລະ ທ່ານ Philipp Roesler, ກົງສຸນກິຕິມະສັກ ຫວຽດນາມ ປະຈຳ ສະວິດ, ອະດີດຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີ ເຢຍລະມັນ (2009-2013), ອະດີດປະທານພັກ ປະຊາທິປະໄຕ ເສລີເຢຍລະມັນ (FDP).
ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ - ảnh 1

     ປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານ Schneider Ammann ອະດີດປະທານາທິບໍດີ ສະວິດ

   ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງຕົນກໍຄືໃນປະຊາຄົມວິສາຫະກິດ ສະວິດ, ທ່ານ Schneider Ammann ສືບຕໍ່ສະໜັບສະໜູນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນບັນດາຂົງເຂດບຸລິມະສິດທາງດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ. . ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ທ່ານ Schneider Ammann ແລະ ທ່ານ Philipp Roesler ຕັ້ງໜ້າສະໜັບສະໜູນໃຫ້ສຳເລັດການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ເຂດການຄ້າເສລີເອີລົບ (EFTA) ເພື່ອແນໃສ່ສ້າງກຳລັງໜູນຊຸກຍູ້ ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ ແລະ ສະວິດ, ພິເສດແມ່ນໃນສະພາບການທີ່ 2 ປະເທດໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນເພື່ອແນໃສ່ຟື້ນຟູເສດຖະກິດພາຍຫຼັງໂລກລະບາດ.

       ສ່ວນອະດີດປະທານາທິບໍດີ S. Ammann ແລະ ທ່ານ Phillipp Roeser ຢືນຢັນວ່າ ດ້ວຍ ອິດທິພົນຊື່ສຽງຂອງຕົນ, ຈະມານະພະຍາຍາມປະກອບສ່ວນຊຸກຍູ້ໃຫ້ສຳເລັດການເຈລະຈາການຄ້າເສລີເວົ້າລວມ ກໍຄື ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດເວົ້າ ສະເພາະ.

    ກ່ອນໜ້ານັ້ນ, ຕອນບ່າຍວັນທີ 26 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ຫວຽດນາມ - ສະວິດ. ກ່າວຄຳເຫັນຕໍ່ໜ້າວິສາຫະກິດສອງປະເທດກວ່າ 100 ແຫ່ງ, ທ່ານປະທານາທິບໍດີ ສະວິດ Guy Parmelin ໃຫ້ຂໍ້ສັງເກດວ່າ ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່ ແລະ ຄວນມີຂອບເຂດຮ່ວມມືໃໝ່ເພື່ອຊຸກຍູ້ວິສາຫະກິດ ສະວິດລົງທຶນເຂົ້າ ຫວຽດນາມ.

        “ບັນດາວິສາຫະກິດ ສະວິດ ໄດ້ໃຫ້ຄຳໝັ້ນສັນຍາຍາວນານຢູ່ ຫວຽດນາມ. ຄວາມສົນໃຈ ກໍຄື ຄຳໝັ້ນສັນຍາຂອງວິສາຫະກິດ ສະວິດ ແລະ ຜູ້ຕາງໜ້າຂົງເຂດເອກະຊົນທີ່ມີໜ້າໃນມື້ນີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດຮັບບຸລິມະສິດຂອງ ສະວິດ ໃນການຮ່ວມມືພັດທະນາເສດຖະກິດ. ວິກິດການ ໂຄວິດ - 19 ໄດ້ໃຫ້ພວກເຮົາເຫັນວ່າ ຄວນມີກອບນິຕິກຳເພື່ອຊຸກຍູ້ການພົວພັນເສດຖະກິດສອງຝ່າຍໃຫ້ໝັ້ນແກ່ນ. ພວກເຮົາໄດ້ລົງນາມໃນສັນຍາອາລັກຂາການລົງທຶນ, ສັນຍາຍົກເວັ້ນພາສີຄັ້ງທີ 2 ແລະ ຂໍ້ຕົກລົງວ່າດ້ວຍການປົກປ້ອງສິດຊັບສິນທາງປັນຍາ. ນັ້ນແມ່ນພື້ນຖານນິຕິກຳສຳຄັນທີ່ອະນຸຍາດໃຫ້ວິສາຫະກິດສອງປະເທດດຳເນີນທຸລະກິດ ກໍຄື ເພິ່ມທະວີການພົວພັນລະຫວ່າງສອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍຕາມ ຍັງມີຂໍ້ຕົກລົງໜຶ່ງທີ່ມີຄວາມສຳຄັນທີ່ສຸດລະຫວ່າງ ສະຫະສະມາຄົມການຄ້າເສລີ ເອີຣົບ (EFTA) ແລະ ຫວຽດນາມ. ວິວັດການເຈລະຈາໄດ້ຮັບການຜັນຂະຫຍາຍມາໄດ້ 9 ປີແລ້ວ ແລະ ຂ້າພະເຈົ້າ ຫວັງວ່າ ບັນດາມາດຕະການແກ້ໄຂຈະໄດ້ຮັບການກຳນົດໂດຍໄວສຳລັບບັນດາບັນຫາທີ່ພວມປຶກສາຫາລືກັນ”.

ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ - ảnh 2 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເວທີປາໄສ

        ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ ວິສາຫະກິດ ສະວິດ ລົງທຶນເຂົ້າ ຫວຽດນາມ, ຮ່ວມມືກັບວິສາຫະກິດ ຫວຽດນາມ ໃນບັນດາຂົງເຂດວິສາຫະກິດ ສະວິດ ມີທ່າແຮງ ແລະ ຫວຽດນາມ ພວມໃຫ້ບຸລິມະສິດ ຄື ການເງິນທະນາຄານ, ວິທະຍາສາດເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ.

    “ທີໜຶ່ງແມ່ນຍູ້ແຮງການແລກປ່ຽນສື່ສານຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບນະໂຍບາຍການລົງທຶນຂອງແຕ່ລະປະເທດສູ່ວິສາຫະກິດ. ທີສອງແມ່ນ ປະຊາຄົມວິສາຫະກິດ ສະວິດ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີ ຫວຽດນາມ ແລະ EFTA ໂດຍໄວ. ທີສາມແມ່ນ ບັນດາອົງການກ່ຽວຂ້ອງສອງປະເທດຄວນສົ່ງເສີມກະແສການຄ້າ, ການລົງທຶນໃນສະພາບການໃໝ່; ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດໄປຊອກຮູ້ຕະຫຼາດ, ໂອກາດລົງທຶນ ແລະ ເຊື່ອມຕໍ່ທຸລະກິດ. ທີສີ່ແມ່ນ ພວກຂ້າພະເຈົ້າປາດຖະໜາວ່າບັນດາວິສາຫະກິດ ສະວິດ ສະໜັບສະໜູນເພື່ອໃຫ້ ລັດຖະບານ ສະວິດ ໜູນຊ່ວຍ ຫວຽດນາມ ໃຫ້ໄດ້ຮັບການສະໜອງວັກຊິນ ໂຄວິດ - 19 ຜ່ານກົນໄກ COVAX, ອຸປະກອນການແພດ, ການຖ່າຍທອດເຕັກໂນໂລຢີໃນການຄົ້ນຄວ້າ, ຜະລິດຢາປິ່ນປົວພະຍາດ.”

        ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍແບ່ງປັນຫຼາຍຂໍ້ມູນກ່ຽວກັບກຳລັງບົ່ມຊ້ອນ, ກາລະໂອກາດລົງທຶນເຂົ້າ ຫວຽດນາມ. ພິເສດແມ່ນໂອກາດທີ່ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າ 15 ສະບັບ, ໃນນັ້ນມີສັນຍາຂອບຂະໜາດໃຫຍ່, ມາດຕະຖານສູງ ເປັນຕົ້ນແມ່ນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ, ສັນຍາການຄ້າເສລີ ຫວຽດນາມ - ອີຢູ.

 

ຕອບກັບ

ຂ່າວ/ບົດ​ອື່ນ