ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ກ​ານ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

(VOVWORLD) -ຕອນບ່າຍວັນທີ 30 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອູຣູກວາຍ Pollak Giampietro; ທ່ານເອກອັກຄະລັດທູດ ແຟງລັງ  Keijo Ensio Norvanto; ທ່ານເອກອັກຄະລັດຖະທູດ ໂອຕາລິດ Hans-Peter Glanzer.
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ກ​ານ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ເອກອັກຄະລັດຖະທູດບັນດາປະເທດ (ພາບ:TTXVN)

ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອູຣູກວາຍ Pollak Giampietro ມາຮັບໜ້າທີ່ຢູ່ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນັຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືກັບ ອູຣູກວາຍ ເປັນຄຳເຫັນ ແລະ ຖືວ່າ ຈະເປີດສະຖານທູດ ຫວຽດນາມ ປະຈຳ ອູຣູກວາຍ ໂດຍໄວ, ປະກອບສ່ວນນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບການແລກປ່ຽນການຮ່ວມມືການຄ້າ - ການລົງທຶນ, ທ່ານປະທານປະເທດສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນຂອງ ຫວຽດນາມ ແລະ ອູຣູກວາຍສຳຜັດກັບຕະຫຼາດຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກເພ່ືອໃຫ້ປະຊາຄົມວິສາຫະກິດສອງປະເທດ ຢ້ຽມຢາມ, ຊອກຫາກາລະໂອກາດການລົງທຶນ ແລະ ດຳເນີນທຸລະກິດ.

ທີ່ການຕ້ອນຮັບທ່ານ ເອກອັກຄະລັດທູດ ແຟງລັງ  Keijo Ensio Norvanto, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເອົາໃຈໃສ່ເຖິງການຊຸກຍູ້ການຂຸດຄົ້ນບັນດາກາລະໂອກາດທາງການຄ້າ, ການລົງທຶນ ຈາກສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ EU (EVFTA) ໃຫ້ດີທີ່ສຸດ, ທ່ານກໍ່ປາດຖະໜາກຢາກ ລັດຖະບານ ແຟງລັງ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ລະຫວ່າງ ຫວຽດນາມ ແລະ EU ໂດຍໄວ.

ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ໂອຕາລິດ Hans-Peter Glanzer, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການລະຫວ່າງລັດຖະບານ, ຊຸກຍູ້ການຮ່ວມມືດ້ານທ່ອງທ່ຽວ, ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ເປັນເສນາທິການ, ສະເໜີກັບລັດຖະບານ ໂອຕາລິດໃນການໜູນຊ່ວຍ ຫວຽດນາມ ສຳຜັດກັບແຫຼ່ງວັກຊິນ, ບັນດາວັດຖຸອຸປະກອນການແພດທີ່ຈຳເປັນ ແລະ ຢາປິ່ນປົວ ໂຄວິດ - 19, ຊຸກຍູ້ COVAX ໃຫ້ບຸລິມະສິດແຈກຢາຍວັກຊິນໃຫ້ແກ່ຫວຽດນາມ ໂດຍໄວກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ