ປະທານປະເທດ ຫວໍວັນເຖືອງ ພົບປະກັບຜູ້ວ່າການລັດ Burgenland ປະເທດ ໂອຕາລິດ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ໂອຕາລິດ ຢ່າງເປັນທາງການ, ຕອນເຊົ້າວັນທີ 25 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາໄດ້ໄປຢ້ຽມຢາມລັດ Burgenland ແລະ ພົບປະກັບທ່ານ Hans Peter Doskozil ຜູ້ວ່າການລັດນີ້
ປະທານປະເທດ ຫວໍວັນເຖືອງ ພົບປະກັບຜູ້ວ່າການລັດ Burgenland ປະເທດ ໂອຕາລິດ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ມອບເຄື່ອງທີ່ລະນຶກໃຫ້ແກ່ ທ່ານ Doskozi ຜູ້ວ່າການລັດ Burgenland 

     ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີ ຜູ້ວ່າການລັດ Doskozil ສົ່ງເສີມບັນດາວິສາຫະກິດຂອງລັດ Burgenland ຂຸດຄົ້ນກາລະໂອກາດການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ ບົນພື້ນຖານບັນດາທ່າແຮງທີ່ພວມມີຢູ່ແລ້ວ, ໜູນຊ່ວຍຫວຽດນາມ ໃນຂົງເຂດພະລັງງານທົດແທນ ແລະ ການເຕີບໂຕສີຂຽວ; ສະໜັບສະໜູນເພື່ອໃຫ້ລັດ Burgenland ສ້າງຕັ້ງການພົວພັນຄູ່ຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນກັບບາງທ້ອງຖິ່ນຂອງຫວຽດນາມ ທີ່ມີຫຼາຍຈຸດຄ້າຍຄືກັນໃນດ້ານເສດຖະກິດ - ສັງຄົມ, ວັດທະນະທຳ ແລະ ການທ່ອງທ່ຽວ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ໂອຕາລິດ

ສ່ວນຜູ້ວ່າການລັດ Doskozil ຢືນຢັນວ່າ ຈະເພີ່ມທະວີ ການເຊື່ອມຕໍ່ກັບບັນດາທ້ອງຖິ່ນຂອງ ຫວຽດນາມໃນ ຂົງເຂດພະລັງງານທົດແທນ, ພິເສດແມ່ນເຕັກໂນໂລຢີສະສົມພະລັງງານ ໂດຍນຳໃຊ້ຖ່ານອົງຄະທາດ ເປັນມິດກັບ ສິ່ງແວດລ້ອມ, ການທ່ອງທ່ຽວ, ວັດທະນະທຳ - ສິລະປະ; ເນັ້ນໜັກວ່າ Burgenland ປາດຖະໜາຢາກເຊື່ອມຕໍ່ ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນການລົງທຶນ - ການຄ້າ, ພັດທະນາແບບຍືນຍົງ, ພົວພັນແລກປ່ຽນປະຊາຊົນ, ປະກອບສ່ວນຢ່າງມີ ປະສິດທິຜົນເຂົ້າໃນການຮັດແໜ້ນ ແລະ ເປີດກວ້າງ ການພົວພັນຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ