ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​ພະ​ນັກ​ງານ​ບັນ​ດາ​​ທູ​ຕາ​ນຸ​ທູດ ຫວຽດ​ນາມ ປະ​ຈຳ ຈີນ

(VOVWORLD) - ທ່ານປະທານປະເທດ ຫວັງວ່າພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ ຈະມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໂດຍພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​ພະ​ນັກ​ງານ​ບັນ​ດາ​​ທູ​ຕາ​ນຸ​ທູດ ຫວຽດ​ນາມ ປະ​ຈຳ ຈີນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບພະນັກງານບັນດາທູຕານຸທູດ ຫວຽດນາມ ປະຈຳ ຈີນ
(ພາບ: VOV)

ຕອນເຊົ້າວັນທີ 19 ຕຸລາ, ເມື່ອມາຢ້ຽມຢາມ ແລະ ພົບປະກັບພະນັກງານ, ລັດຖະກອນບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສສຸດຍອດ ຮ່ວມມືສາກົນໜຶ່ງແລວ, ໜຶ່ງເສັ້ນທາງ ຄັ້ງທີ 3 ຢູ່ປັກກິ່ງ, ປະເທດຈີນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງບັນດາພະນັກງານ, ລັດຖະກອນສະຖານທູດ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຈີນ ເພື່ອກະກຽມໃຫ້ແກ່ການປະຕິບັດງານຂອງຄະນະໃນຄັ້ງນີ້. ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະມໍ່ໆມານີ້, ທ່ານປະທານປະເທດ ຢັ້ງຢືນທັດສະນະຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືການພົວພັນກັບຈີນ ເປັນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າ. ທ່ານປະທານປະເທດ ຫວັງວ່າພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ ຈະມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໂດຍພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນບັນດາໜ້າທີ່ຈຸດສຸມຂອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ