​ປະ​ທານ​ປະ​ເທດ ຫວໍ​ວັ​ນ​ເຖືອງ ພົບ​ປະ​ຄະ​ນະ​ຜູ້​ແທນ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ດີ​ເດັ່ນ​ໃນ​ໝູ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) - ຕອນເຊົ້າວັນທີ 12 ທັນວາ ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ເຂົ້າຮ່ວມລາຍການເຊີດຊູ, ຍ້ອງຍໍຊົມເຊີຍຜູ້ມີອິດທິພົນຊື່ສຽງດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນທົ່ວປະເທດປີ 2023.
​ປະ​ທານ​ປະ​ເທດ ຫວໍ​ວັ​ນ​ເຖືອງ ພົບ​ປະ​ຄະ​ນະ​ຜູ້​ແທນ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ດີ​ເດັ່ນ​ໃນ​ໝູ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພົບປະຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ປາດຖະໜາວ່າ ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ ສືຕໍ່ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດຊາດ; ສືບຕໍ່ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າຮ່ວມການປົກປັກຮັກສາ, ອະນຸລັກ, ສືບທອດ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ປະກອບສ່ວນສ້າງແຮງຈູງໃຈລວມຂອງຄວາມຫຼາກຫຼາຍສີສັນວັດທະນະທຳ ຫວຽດນາມ. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັກວ່າ:

        “ໜ້າທີ່ສຳຄັນທີ່ສຸດສຳລັບພວກເຮົາແມ່ນ ຕ້ອງສືບຕໍ່ເສີມຂະຫຍາຍກຳລັງແຮງ ແລະ ມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ ເພື່ອພ້ອມກັນສ້າງສາປະເທດຊາດຮຸ່ງເຮືອງສີວິໄລ ແລະ ຜາສຸກ. ເພື່ອໃຫ້ມີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດນັ້ນ ແຕ່ລະວົງຄະນະຍາດ, ແຕ່ລະໝູ່ບ້ານ, ເຂດພາກ ຕ້ອງສາມັກຄີກັນ; ໝູ່ບ້ານນີ້ກັບໝູ່ບ້ານອື່ນ, ທ້ອງຖິ່ນນີ້ກັບທ້ອງຖິ່ນອື່ນ; ຊົນເຜົ່ານີ້ກັບຊົນເຜົ່າອື່ນ ຕ້ອງສາມັກຄີກັນ. ດັ່ງນັ້ນ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງຕ້ອງພະຍາຍາມປະຕິບັດເພື່ອພ້ອມກັນສ້າງຄວາມສາມັກຄີ”.

ຕອບກັບ

ຂ່າວ/ບົດ​ອື່ນ