ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

(VOVWORLD) -  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ - ảnh 1ປະທານປະເທດ ຫວໍວັນເຖືອງ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ (ພາບ: TTXVN)

ຕອນບ່າຍວັນທີ 30 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

ກ່ອນໜ້ານັ້ນ, ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ແຂວງ Fukuoka, ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢ້ຽມຢາມ ມະຫາວິທະຍາໄລ Kyushu ມີການໂອ້ລົມກັບບັນດານັກສຶກສາ ຫວຽດນາມ ດີເດັ່ນຂອງໂຮງຮຽນ. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຊົມເຊີຍຕໍ່ມະຫາວິທະຍາໄລ Kyushu ດ້ວຍແຜນການເປີດກວ້າງການບຳລຸງສ້າງ ແລະ ຕ້ອນຮັບນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ໂຮງຮຽນຜ່ານບັນດາໂຄງການຮ່ວມມືກັບບັນດາຮາກຖານການສຶກສາ ບຳລຸງສ້າງ ຂອງ ຫວຽດນາມ, ທ່ານສະເໜີໃຫ້ທາງໂຮງຮຽນ ຍູ້ແຮງການຮ່ວມມືກັບບັນດາມະຫາວິທະຍາໄລ, ທ້ອງຖິ່ນ ຫວຽດນາມ ໃນການບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ