ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ລາຍ​ການ​ຄ່ຳ​ຄືນ​ເດືອນ​ເພັງ 2023 “ໂຄມ​ໄຟ​ໃຕ້​ຄວາມ​ໄຝ່​ຝັນ” ຢູ່​ແຂວງ ບິ່ງ​ເຟືອກ

(VOVWORLD) -  ຕອນຄ່ຳວັນທີ 27 ກັນຍາ ຢູ່ນະຄອນ ດົງຊວ່າຍ, ແຂວງ ບິ່ງເຟືອກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນລາຍການ ຄ່ຳຄືນເດືອນເພັງ ປີ 2023 “ໂຄມໄຟໄຕ້ຄວາມໄຝ່ຝັນ” ດ້ວຍຫົວຂໍ້: ທຳຄວາມດີພ້ອມກັບເພື່ອນຮ່ວມມ່ວນຊື່ນໃນບຸນໄຫວ້ພະຈັນ. ນອກຈາກໄດ້ຈັດຂຶ້ນຢູ່ ບິ່ງເຟືອກແລ້ວ, ລາຍການດັ່ງກ່າວຍັງໄດ້ເຊື່ອມຕໍ່ກັບ 14 ຈຸດຢູ່ບັນດາແຂວງ, ນະຄອນອື່ນໆອີກດ້ວຍ.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ລາຍ​ການ​ຄ່ຳ​ຄືນ​ເດືອນ​ເພັງ 2023 “ໂຄມ​ໄຟ​ໃຕ້​ຄວາມ​ໄຝ່​ຝັນ” ຢູ່​ແຂວງ ບິ່ງ​ເຟືອກ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມງານບຸນໄຫວ້ພະຈັກນກັບເດັກນ້ອຍຢູ່ແຂວງ ບິ່ງເຟຶອກ (ພາບ: VOV)

ໂດຍໄດ້ຈັດຂຶ້ນໃນໄລຍະຈຸດສຸມແມ່ນແຕ່ວັນທີ 19 – 29 ກັນຍາ, ລາຍການດັ່ງກ່າວມີການເຄື່ອນໄຫວຫຼາຍຢ່າງທີ່ເປັນຫຼາຍຮູບຫຼາຍແບບ ດ້ວຍໂຄມໄຟ ແລະ ຂອງຂວັນເນື່ອງໃນໂອກາດບຸນໄຫວ້ພະຈັນ ກວ່າ 5 ລ້ານພູດ ໄດ້ມອບໃຫ້ບັນດນ້ອງໆທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ; ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ, ທະເລໝູ່ເກາະ... ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຢັ້ງຢືນວ່າ ການເອົາໃຈໃສ່, ເບິ່ງແຍງດູແລ, ສຶກສາ, ປົກປ້ອງເຍົາວະຊົນ, ອະນຸຊົນ ແມ່ນແຜນນະໂຍບາຍທີ່ໃຫຍ່ຫຼວງຂອງພັກ, ລັດ ຫວຽດນາມ. ທ່ານກ່າວວ່າ:

        “ຂ້າພະເຈົ້າດີໃຈຫຼາຍ ເມື່ອຮູ້ວ່າ ລູກຫຼານແຕ່ລະຄົນທີ່ມີເງື່ອນໄຂທີ່ແຕກຕ່າງກັນ, ແຕ່ພັດມີຈຸດຄືກັນຢູ່ບ່ອນວ່າ ຜູ້ໃດກໍມານະພະຍາຍາມຮ່ຳຮຽນ ແລະ ບັນລຸໄດ້ຜົນງານທີ່ຕັ້ງໜ້າຫຼາຍຢ່າງ; ມີມາລະຍາດດີ, ສາມັກຄີກັນ; ມີນໍ້າໃຈຮັກແພງ ແລະ ຮູ້ແບ່ງປັນກັບໝູ່ເພື່ອນ. ຂ້າພະເຈົ້າກໍຫວັງວ່າ, ບັນດາລູກຫຼານ ຈະມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼາຍກວ່າອີກ, ເສີມຂະຫຍາຍໝາກຜົນທີ່ຍາດມາໄດ້ ແລະ ນັບມື້ນັບບັນລຸໄດ້ຫຼາຍຜົນງານທີ່ສູງກວ່າ. ຂໍອວຍພອນໃຫ້ພວກຫຼານ ຕ້ອນຮັບວັນບຸນໄຫວ້ພະຈັນດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ”.

        ກໍໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍ່ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ເຂດອ່ານປຶ້ມ ແລະ ດຳເນີນຊີວິດຂອງກອງເຍົາວະຊົນ; ມອບຂອງຂວັນໃຫ້ແກ່ນັກຮຽນ, ສະມາຊິກເຍົາວະຊົນ ຢູ່ໂຮງຮຽນປະຖົມ ເຕິນຊວັນ C, ຕາແສງ ເຕິນຊວັນ, ນະຄອນ ດົງຊວ່າຍ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ