ປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ

(VOVWORLD) -       ຕອນບ່າຍວັນທີ 24 ຕຸລານີ້, ຢູ່ທຳນຽບປະທານປະເທດ, ໃນການຕ້ອນຮັບ ທ່ານພົນໂທ Roberto Legrá Sotolongo, ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງ ບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ
ປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານພົນໂທ Roberto Legrá Sotolongo ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ

     ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ : ພັກ, ລັດ ແລະປະຊາຊົນຫວຽດນາມ ມີຄວາມພາກພູມໃຈ ຍ້ອນຄວາມສາມັກຄີແບບພິເສດ ແລະການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ກູບາ ໄດ້ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ພິເສດ, ກະຊວງປ້ອງກັນປະເທດ 2 ປະເທດ ຍາມໃດກໍ່ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອບັນລຸໝາກຜົນການຮ່ວມມືແທດຈິງ ແລະ ມີປະສິດທິຜົນ. ເພື່ອແນໃສ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ທ່ານປະທານປະເທດຫວໍວັນເຖືອງ ສະເໜີໃຫ້ 2 ຝ່າຍຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງ ບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ. ໃນສະພາບການໂລກທີ່ສັບສົນ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດມີຄວາມໝາຍສຳຄັນ. ພັກ, ລັດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂ ດີທີ່ສຸດ ເພື່ອໃຫ້ກະຊວງປ້ອງກັນປະເທດຫວຽດນາມ ສົມທົບ, ແບ່ງປັນ, ຮ່ວມມືກັບກະຊວງ ບັນດາກຳລັງປະກອບອາວຸດ ປະຕິວັດ ກູບາໃນບັນດາຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດ, ແລະ ຕ້ອງການຮ່ວມມື.

           ສ່ວນທ່ານພົນໂທ Roberto Legrá Sotolongo ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນ ຂອງການເຮັດວຽກ ແລະ ການເຈລະຈາ ລະຫວ່າງ ຄະນະຜູ້ແທນກະຊວງ ບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ ແລະ ການນໍາກະຊວງປ້ອງກັນ ປະເທດຫວຽດນາມ, ໃນນັ້ນ ສອງຝ່າຍໄດ້ແລກປ່ຽນ ຂໍ້ມູນຂ່າວສານ. ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບບັນດາຂົງເຂດຮ່ວມມື, ຜ່ານນັ້ນ ສືບຕໍ່ເຮັດໃຫ້ມູນເຊື້ອ ມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ - ກູບາເລິກເຊິ່ງຂື້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ