ປະທານປະເທດ ຫວໍວັນເຖືອງ ໄປຮອດ San Francisco, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ APEC 2023

(VOVWORLD) - ໃນຂອບເຂດບັນດາເຫດການຂອງສັບປະດາສຸດຍອດ APEC 2023, ທ່ານປະທານປະເທດ ຫວໍວັນເຖືອງ ຈະພ້ອມກັບການນຳບັນດາພື້ນຖານ ເສດຖະກິດ APEC ປຶກສາຫາລືບັນດາບັນຫາເປັນແກ່ນສານສຳລັບເສດຖະກິດ ຂອງໂລກ ແລະ ພາກພື້ນ
ປະທານປະເທດ ຫວໍວັນເຖືອງ ໄປຮອດ San Francisco, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ APEC 2023 - ảnh 1ພິທີຕ້ອນຮັບປະທານປະເທດ ຫວໍວັນເຖືອງ ຢູ່ ສະໜາມບິນສາກົນ San Francisco
(ພາບ: TTXVN)

ຕອນເຊົ້າວັນທີ 14 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ San Francisco, ອາເມລິກາ ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມສັບປະດາສຸດຍອດເວທີປາໃສການຮ່ວມມືເສດຖະກິດ ອາຊຽນ - ປາຊີຟິກ (APEC) 2023 ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden.

ຕາມແຜນການແລ້ວ, ໃນຂອບເຂດບັນດາເຫດການຂອງສັບປະດາສຸດຍອດ APEC 2023, ທ່ານປະທານປະເທດ ຫວໍວັນເຖືອງ ຈະພ້ອມກັບການນຳບັນດາພື້ນຖານເສດຖະກິດ APEC ປຶກສາຫາລືບັນດາບັນຫາເປັນແກ່ນສານສຳລັບເສດຖະກິດຂອງໂລກ ແລະ ພາກພື້ນ; ຍົກອອກການກຳນົດທິດ ຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ ແລະ ຫຼາຍຂົງເຂດອື່ນໆ.

 ສຳລັບການເຄື່ອນໄຫວສອງຝ່າຍ, ທ່ານປະທານປະເທດ ຫວໍວັນເຖືອງ ຈະມີການພົບປະກັບບັນດາການນຳ ອາເມລິກາ; ເຂົ້າຮ່ວມ ແລະ ກ່າວປາໄສ, ແລກປ່ຽນນະໂຍບາຍຢູ່ສະພາການພົວພັນຕ່າງປະເທດອາເມລິກາ (CFR). ທ່ານປະທານປະເທດຍັງຈະພົບປະກັບບັນດາການນຳຂອງບາງບໍລິສັດ ແລະ ກຸ່ມບໍລິສັດແຖວໜ້າຂອງ ອາເມລິກາ...

ຕອບກັບ

ຂ່າວ/ບົດ​ອື່ນ