ປະທານປະເທດ ຫວຽດນາມ ກວດກາຄັ້ງສຸດທ້າຍບັນດາການເຄື່ອນໄຫວຂອງສັບປະດາ APEC 2017

(VOVWORLD) - ວັນທີ 29 ຕຸລາ, ທີ່ນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາເປັນປະທານຈັດຕັ້ງການກວດກາຄັ້ງສຸດທ້າຍບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017. 
ປະທານປະເທດ ຫວຽດນາມ ກວດກາຄັ້ງສຸດທ້າຍບັນດາການເຄື່ອນໄຫວຂອງສັບປະດາ APEC 2017 - ảnh 1 ປະທານປະເທດ ເຈີ່ນດ້າຍກວາງ ກວດກາຄັ້ງສຸດທ້າຍບັນດາການເຄື່ອນໄຫວຂອງສັບປະດາ APEC 2017

ທີ່ການປະຊຸມພາຍຫລັງ ສະຫລຸບການກວດກາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການຈັດຕັ້ງປີ APEC 2017 ແມ່ນຈຸດສຸມພົວພັນຕ່າງປະເທດຂອງປະເທດໃນໄລຍະໃໝ່, ສະແດງໃຫ້ເຫັນແນວທາງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງ ກ້ວາງຂວາງຂອງພັກ, ລັດ; ແມ່ນໂອກາດເພື່ອເພີ່ມທະວີການພົວພັນຕ່າງປະເທດຫລາຍຝ່າຍ, ເຮັດໃຫ້ການພົວພັນ 2 ຝ່າຍກັບບັນດາຄູ່ຮ່ວມມືຢູ່ພາກພື້ນ ແລະ ໃນໂລກເລິກເຊິ່ງກ່ວາອີກ, ປະກອບສ່ວນຍົກສູງຖານະທີ່ຕັ້ງຂອງປະເທດເຮົາບົນເວທີປາໄສສາກົນ. ເພື່ອຮັບປະກັນຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີກະຊວງການຕ່າງປະເທດເປັນເຈົ້າພາບຈັດຕັ້ງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງກະກຽມວຽກງານຈັດຕັ້ງ, ພິທີຢ່າງຄົບຖ້ວນ, ງລອບຄອບຖີ່ຖ້ວນທີ່ສຸດ…ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃສ່ໃຈອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກ, ບັນດາກຳລັງທີ່ກ່ຽວຂ້ອງ ສືບຕໍ່ປັບປຸງບັນດາແຜນການ, ພິທີການປ້ອງກັນສັບປະດາຂັ້ນສູງ APEC 2017.

 

ຕອບກັບ

ຂ່າວ/ບົດ​ອື່ນ